Skip to main content
Douangtavanh Kongphaly

Douangtavanh Kongphaly

Recent

Instagram ອອກ​ແອ໋ບ​ໃໝ່​ຊື່​ Hyperlapse ຖ່າຍ​ວີ​ດີ​ໂອ​ແບບ Time-lapse ສຳ​ລ?

Instagram ອອກ​ແອ໋ບ​ໃໝ່​ຊື່ Hyperlapse ​ເປັນ​ແອ໋ບ​ສຳ​ລັບ​ຖ່າຍ​ວີ​ດີ​ໂອ​ອອກ​ມາ​ເປັນ​ໃນ​ຮູບ​ແບບ Time-lapse, ພາຍ​ໃນ​ໂຕ​ແອ໋ບ​ມີ​ລະ​ບົບ​ປ້ອງ​ການ​ການ​ສັ່ນ​ໄຫວ​ເຮັດ​ໃຫ້​ຄົນ​ທີ​ເບິ່ງວີ​ດີ​ໂອ​ເຮົາ​ນັ້ນ​ບໍ່​ຕ້ອງວິນ​ຫົວມຶນງ​ົງ​ວ່າ​ຜູ້​ຖ່າຍ​ກຳ​ລັງ​ຖ່າຍ​ຫຍັງ​ໃຫ້​ເບິ່ງ​ຢູ່ ຖ່າຍ​ສາວ​ງາມ​ກະ​ເອົາ​ເປັນ​ວ່າ​ຖ່າຍ​ສາວ​ໜ້າ​ບ້ຽວ​ຊ້ຳ​. ນອກນັ້ນຫຼັງ​ຈາກ​ເຮົາ​ຖ່າຍ​ແລ້ວ​ເຮົາ​ຍັງ​ສາ​ມາດ​ເລືອກ​ລະ​ດັບ​ຄວາມ​ໄວ​ຂອງວີ​ດີ​ໂອ​ທີ​ອອກ​ມາ​ວ່າ​ຈະ​ໃຫ້​ພາບນັ້ນ​ສະ​ແດງ​ທີ​ຄວາມ​ໄວ​ເທົ່າ​ໃດ​ ມີ​ໃຫ້​ເລືອກ​ຕັ້ງ​ແຕ່ x2 ຫາ x12. ຈາກ​ໃຊ້​ງານ​ຂໍ​ບອກ​ເລີຍ​ວ່າ​ໂຕ​ແອ໋ບ​ອອກ​ມາ​ໃຫ້​ຜູ້​ໃຊ້​ງານ​ໃຊ້​ງ່າຍ​ອີຫຼີ ແລະ ມັນ​ເຮັດ​ໃຫ້​ການ​ຖ່າຍ​ວີ​ດີ​ໂອ​ແບບ​ເດີ​ມໆ​ປ່ຽນ​ໄປ​ເລີຍ. ໃຜ​ຢາກ​ລອງ​ສາ​ມາດ​ເຂົ້າ​ໄປ​ດາວ​ໂຫຼດ​ໄດ້​ທີ່ Apple Store ຮອງ​ຮັບ​ທັງ iPhone ແລະ iPad

Mozilla ກຽມ​ຂາຍໂທ​ລະ​ສັບ​ Firefox OS ຂອງ​ຕົນໃນ​ອິນ​ເດຍ​​ໃນອາ​ທິ?

Mozilla ກຽມ​ຂາຍໂທ​ລ​ະ​ສັບ​ລະ​ບົບ​ປະ​ຕິ​ບັດ​ການ Firefox OS ລຸ້ນ​ທຳ​ອິດ​ໃນ​ອິນ​ເດຍ​ໂດຍໃຫ້ Intex Technoligies ເປັນ​ຜູ້​ຈຳ​ໜ່າຍ ໂດຍ​ມີ​ລາ​ຄາ​ຢູ່​ທີ 33 ໂດ​ລາ​ສະ​ຫະ​ລັດ ເພື່ອ​ເຈາະ​ຕະຫຼາດ​ຜູ້​ໃຊ້​ໂທ​ລະ​ສັບ Smartphone ໜ່ວຍ​ທຳ​ອິດ. ນອກນັ້ນ​ຍັງ​ມີ​ການ​ຕ້ອງ​ຂໍ້​ສົງ​ໄສ​ຢູ່​ວ່າຂາຍ​ຖືກ​ຂະ​ໜາດນັ້ນ​ສິ​ເອົາ​ກຳ​ໄລ​ມາ​ແຕ່​ໃສ. ສະ​ເປັກ​ຂອງ​ໂທ​ລະ​ສັບ​ລຸ້ນນີ້​ແມ່ນ​ມີ​ໜ້າ​ຈໍ 3.5 ນິ້ວ, ໃຊ້​ໜ່ວຍ​ປະ​ມວນ​ຜົນໜ້າ​ຈະ​ເປັນ​ແກນ​ດຽວຄວາມ​ໄວ 1 GHz, ກ້ອງຫຼັງ 2 ລ້ານ​ພິກ​ເຊວ, ຄວາມ​ຈຳ​ພາຍ​ໃນ​ເຄື່ອງ 4 GB, ໃຊ້​ໄດ້ສອງ​ຊິມ ແລະ ເຊື່ອມ​ຕໍ່​ສັນ​ຍານ​ໄຮ້​ສາຍ​ຜ່ານ Bluetooth ແລະ Wi-Fi.