Nexus 4 8GB ໃນຮ້ານຄ້າ Google Play ຂາຍໝົດ ແລະ ບໍ່ນຳມາຂາຍອີກ

ຫຼັງຈາກທີ່ Google ໄດ້ຫຼຸດລາຄາ Nexus 4 ລົງ $100 ທັງສອງລຸ້ນຄືລຸ້ນຄວາມຈຸ 8GB ແລະ 16GB. ຕອນນີ້ລຸ້ນ 8GB ແມ່ນຂາຍໝົດແລ້ວ ແລະ ທາງ Google ຈະບໍ່ນຳເອົາມາຂາຍອີກ. ສວ່ນລຸ້ນ 16GB ນັ້ນຍັງມີຂາຍຢູ່ເຊິ່ງວ່າ ລາຄາຕອນນີ້ຢູ່ທີ່ $249 ໃຜທີ່ສົນໃຈສາມາດຊື້ໄດ້ຜ່ານອອນລາຍໃນ ຮ້ານຄ້າ Google Play ຢູ່ໃນປະເທດທີ່ຮອງ ຮັບການສັ່ງຊື້ຜ່ານອອນລາຍ.

ຂອບໃຈທີ່ມາ TheVerge