Unitel ເປີດ​ແພັກ​ເກດ​ອິນ​ເຕີ​ເນັດໃໝ່ Unlimited ຫຼິ້ນບໍ່​ຈຳ​ກັດ

ເພື່ອຮຽກຮ້ອງຄວາມຕ້ອງການຂອງຜູ່ຊົມໃຊ້ອິນເຕີເນັດເທິງມືຖືກັນຫຼາຍຂຶ້ນ ບໍ່ວ່າຈະຫຼຽວໄປທາງໃດກໍເຫັນຄົນຈົກໂທລະສັບອອກມາຫຼິ້ນ ແລະ ແນ່ນອນໃນຍຸກສື່ສານອອນລາຍ ຫຼື ຍຸກສັງຄົມອອນລາຍ ໄດ້ເຮັດໃຫ້ເຮົາຕ້ອງມີການໃຊ້ອິນເຕີເນັດຫຼາຍຂຶ້ນກວ່າເກົ່າ. ດັ່ງນັ້ນ, Unitel ເລີຍໄດ້ເປີດໂຕແພັກເກດອິນເຕີເນັດໃໝ່ແບບ Unlimited ແພັກເກດສຸດຄຸ້ມສຳລັບເບີໂທຕື່ມເງິນ. ມາໂລດບາດນີ້ນະ ຢາກຫຼິ້ນ, ຢາກໂຫຼດຫຍັງຕາມສະບາຍ ເນັດເພິ່ນແຮງ?

ລາຍລະອຽດແພັກເກດ Unlimited ສຳລັບເບີໂທຕື່ມເງິນມີລາຍລະອຽດດັ່ງນີ້:

1. ມື້ລະ 6,000 ກີບ ຫຼຸດຄວາມໄວລົງເຫຼືອ 256/128  Kbps ເມື່ອໃຊ້ກາຍ 120 MB. ສະໝັກແພັກເກດນີ້ພິມ “Mimax1” ສົ່ງໄປ 209 ຫຼື ກົດ *209*1# ໂທອອກ.

2. ອາທິດລະ 22,000 ກີບ ຫຼຸດຄວາມໄວລົງເຫຼືອ 256/128  Kbps ເມື່ອໃຊ້ກາຍ 500 MB. ສະໝັກແພັກເກດນີ້ພິມ “Mimax7” ສົ່ງໄປ 209 ຫຼື ກົດ *209*7# ໂທອອກ.

3. ເດືອນລະ 50,000 ກີບ ຫຼຸດຄວາມໄວລົງເຫຼືອ 256/128  Kbps ເມື່ອໃຊ້ກາຍ 1200 MB. ສະໝັກແພັກເກດນີ້ພິມ “Mimax30” ສົ່ງໄປ 209 ຫຼື ກົດ *209*30# ໂທອອກ.

new-mobile-internet-unlimited-package-from-unitel

ຂໍ້ມູນເພີ່ມຕື່ມ Unitel