NASA ພາ Nexus S ອອກສູ່ອາວາກາດດ້ວຍກະສວຍອາວາກາດ

NASA ໄດ້ພາພົນພວກ Android ທີ່ເປັນຜູ້ໂຊກດີທີ່ NASA ໃຫ້ໄປທ່ອງໂລກອາວາກາດເຊິ່ງຜູ້ ໂຊກດີຄົນ ນີ້ກໍ່ແມ່ນ Google Nexus S ເປັນ Smartphone ລະບົບປະຕິບັດການ Androidເຄື່ອງທຳອິດທີ່ອອກ ນອກໂລກເພື່ອໄປຊ່ວຍ ວຽກທີ່ສະຖານນີອາວາກາດ. Google Nexus S ໄດ້ເປັນຜູ້ໂດຍສານຂອງກະສວຍ ລຳໃໝ່ຂອງ NASA ທີ່ມີຊື່ ວ່າ: “Atlantis” ໂດຍ NASA ຄາດຫວັງໄວ້ວ່າ Google Nexus S ຈະໄປຊ່ວຍ ວຽກເຂົາໃນການທົດສອບ ດາວທຽມອັດຕາໂນມັດຂະໜາດນ້ອຍທີ່ມີ່ຊື່ໂປເຈກວ່າ:  SPHERES (Synchronized Position Hold, Engage, Reorient, Experimental Satellites)

ດ້ວຍຄວາມສາມາດຂອງ Nexus S ນັກບິນອາວາກາດສາມາດຄວບຄຸມດາວທຽມຂະໜາດເລັກຂອງພວກເຂົາ ໃນໄລຍະໄກ ແລະ ຍັງສາມາດຕິດຕໍ່ສື່ສານກັບພາກພື້ນດິນໄດ້ຢ່າງສະບາຍ, ນອນນັ້ນມັນຍັງມີໜ້າທີ່ສຳຫຼວດ ວັດຖຸຕ່າງໆໃນອາວາກາດ ແລະ ສະພາບອາກາດ ເຊິ່ງ Nexus S ເປັນ Smartphone ໂຕທີສອງຕໍ່ຈາກ Iphone ທີ່ຖືກ NASA ອານຸຍາດໃນການປະຕິບັດການໃນອາວາກາດ.


ທີ່ມາ 9to5google

By Douangtavanh Kongphaly