ຍຸງ​ຕ້ອງ​ການ​ນ້ຳ​ຕານ​ເພື່ອ​ດຳ​ລົງ​ຊີ​ວິດບໍ່​ແມ່ນ​ເ

ຫຼັງ​ຈາກ​ທີ່ 2-3 ມື້​ກ່ອນນີ້​ຕອນ​ກຳ​ລັງ​ນັ່ງ​ເບິ່ງ​ໂທ​ລະ​ພາບ​ຢູ່ຫ້ອງ ແລະ ມີ​ແກ້ວ​ນ້ຳ​ທີ່​ມີ​ນ້ຳ​ສາ​ລີ​ເຫຼືອ​ຢູ່​ໜ້ອຍ​ດຽວ ຫຼັງ​ຈາກ​ນັ້ນ​ພໍ​ແຕ່​ວາງ​ແກ້ວ​ລົງ​ປະ​ມານ 5-10 ນາ​ທີ ເຮົາ​ເລີ່​ມ​ສັງ​ເກດ​ເຫັນ​ວ່າ​ມີ​ຍຸງ​ມາ​ຕອ​ມ​ຂອບ​ແກ້ວ ແລະ ພາຍ​ໃນ​ແກ້ວ​ປະ​ມານ 3 ໂຕ​, ແຕ່​ບ່ອນ​ທີ່​ເປັນ​ຕາ​ສັງ​ເກດ​ຢູ່​ບ່ອນ​ວ່າ​ມັນ​ບໍ່​ພຽງ​ແຕ່​ຕອມ​ແກ້ວ​ເຮົາ​ພຽງ​ແຕ່​ແກ້ວ​ດຽວ​ເທົ່າ​ນັ້ນ ມັນ​ຍັງ​ຕອມ​ແກ້ວ​ທາງ​ຂ້າງ​ອີກ. ຍ້ອນ​ຄວາມ​ຂີ້​ສົງ​ໄສ​ກໍ​ບໍ່​ຊ້າ​ທີ່​ຈະ​ເຂົ້າ​ໄປ​ຄົ້ນ​ຫາ​ໃນ Google ແລ້ວ​ກໍ​ພົບ​ຄຳ​ຕອບ​ວ່າ: ທີ່​ຈິງ​ແລ້ວ​ຍຸງ​ມັນ​ຕ້ອງ​ການ​ນ້ຳ​ຕານ​ເພື່ອ​ຄວາມ​ຢູ່​ລອດ​ຂອງ​ມັນ ບໍ່​ແມ່ນ​ເລືອດ​ຢ່າງ​ທີ່​ເຮົາ​ຄິດ​ກັນ. ທຳ​ອິດ​ຄິດ​ວ່າ​ຈະ​ຂຽນ​ປະ​ໄວ້​ເປັນ​ຄວາມ​ຮູ້​ໃໝ່​ຕັ້ງ​ແຕ່​ຕອນ​ຮູ້​ຄຳ​ຕອບ​ແລ້ວ​ແຕ່​ວ່າບໍ່​ມີ​ເວ​ລາ​ຫວ່າງ​ເລີຍ.

ອີງ​ຕາມ​ເວັບ​ໄຊ insidescience ໄດ້​ກ່າວ​ວ່າ ຈາກ​ການ​ຄົ້ນ​ຄ້​ວາວິ​ໄຈ​ຂອງ​ພະ​ແນກ​ກະ​ສິ​ກຳ​ຂອງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ທີ່​ເພິ່ນ​ກຳ​ລັງ​ສຶກ​ສາ​ກ່ຽວ​ກັບ​ວິ​ທີ​ທາງ​ການ​ວາງ​ກັບ​ດັກ ແລະ ຂ້າ​ຍຸງໂດຍ​ຈັບ​ປະ​ເດັນ​ໄປ​ທີ່​ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້ຍຸງ​ເສບ​ຕິດ. ແລ້ວ​ເພິ່ນ​ກໍ​ໄດ້​ພົບ​ຄຳ​ຕອບ​ທີ່ອຶ້ງ​ໄປ​ເລີຍ​ວ່າ​ສິ່ງ​ທີ່​ຍຸງ​ເສບ​ຕິດ​ບໍ່​ແມ່ນ​ເລືອດ ມັນ​ແມ່ນ​ນ້ຳ​ຕານ ນ້ຳ​ຕານ ນ້ຳ​ຕານ (ເຮັດ​ສຽງ​ແບບ​ເອ​ໂຄ).

ຍຸງ​ທຸກໆ​ໂຕ​ຕ້ອງ​ການ​ນ້ຳ​ຕານ​ເພື່ອ​ຄວາມ​ຢູ່​ລອດ​ຂ​ອງ​ມັນ. ​ມີ​ແຕ່ຍຸງ​ໂຕ​ແມ່​ເທົ່າ​ນັ້ນ​ທີ່ຕ້ອງ​ການ​ເລືອດ ແຕ່​ວ່າ ທັງ​ຍຸງ​ໂຕ​ແມ່ ແລະ ໂຕ​ຜູ້​ກະ​ຍັງ​ຕ້ອງ​ການ​ນ້ຳ​ຕານ​ຢູ່​ຄື​ເກົ່າ. ໃນ​ຄວາມ​ເປັນ​ຈິງ​ແລ້ວ ຍຸງ​ຕ້ອງ​ການ​ນ້ຳ​ຕານຫຼາຍ​ກ່ອນ​ເລືອດ ໂດຍ​ເກືອບ​ທຸກໆ​ຄັ້ງ​ຍຸງ​ຈະ​ຫາ​ນ້ຳ​ຕານ​ຈາກດອກ​ໄມ້ ແລະ ພືດ​ຊະ​ນິດ​ອື່ນໆ ແຕ່ວ່າ​ດັ່ງ​ທີ່​ຮູ້ໆ​ກັນ​ຢູ່​ວ່າ​ອາ​ຫານ​ອັນ​ແຊບ​ນົ່ວ​ຂອງ​ມັນ​ກະ​ຍັງ​ໜີບໍ່​ພົ້ນ​ມະ​ນຸດ​ເຮົາ​ນັ້ນ​ເອງ.

ນັກ​ວິ​ທະ​ຍາ​ສາດ​ Sandra Allan ໄດ້​ນຳ​ເອົາ​ນ້ຳ​ຕານ​ປະ​ສົມ​ກັບທ໋ອກ​ຊິກ(toxic) ເພື່ອ​ຂ້າ​ຍຸງ.

ເບິ່ງວີ​ດີ​ໂອ​ປະ​ກອບ

ຂອບ​ໃຈ​ທີ​ມາ insidescience