ແອັບ​ໂມງ​ປຸກ Mimicker Alarm ແອັບ​ທີ່​ທ່ານ​ຕ້ອງ selfie ກ່ອນ​ມັນ​ຈຶ່

ແອັບ​ໂມງ​ປຸກ Mimicker Alarm ແອັບ​ທີ່​ທ່ານ​ຕ້ອງ selfie ກ່ອນ​ມັນ​ຈຶ່

 

ຖ້າທ່ານຄິດວ່າໂມງປຸກ ຫຼື ແອັບໂມງປຸກທີ່ທ່ານກຳລັງໃຊ້ຢູ່ສ້າງຄວາມລຳຄານໃຫ້ທ່ານຢູ່ແລ້ວ ໃຫ້ທ່ານລືມໄປເລີຍ ຖ້າທ່ານໄດ້ໃຊ້ແອັບໂຕນີ້ ມັນມີຊື່ວ່າ Mimicker Alarm ເປັນແອັບໃໝ່ລ່າສຸດຈາກໄມໂຄຣຊັອບ.

ແອັບໂມງປຸກ Mimicker Alarm ມີຄວາມແຕກຕ່າງຈາກແອັບໂມງປຸກທົ່ວໄປກໍຄືທ່ານຕ້ອງເຮັດພາລະກິດໃຫ້ສຳເລັດກ່ອນທ່ານຈຶ່ງສາມາດປິດສຽງຂອງມັນໄດ້ ເຊິ່ງພາລະກິດຈະມີມາໃຫ້ເລືອກສາມປະເພດຄື: ການຖ່າຍຮູບໂຕເອງ ຫຼື selfie ຕາມອາລົມທີ່ມັນກຳນົດໃຫ້ຫວັງວ່າຈະຖືກໃຈຄົນມັກຖ່າຍຮູບແບບນີ້ກັນເລີຍ ແບບວ່າເອົາແຕ່ເຊົ້າຕັ້ງແຕ່ມື່ນຕາຂຶ້ນມາ, ຖ່າຍຮູບສິ່ງໜຶ່ງທີ່ຖືກກັບສີທີ່ໃຫ້ມາ ແລະ ແກ້ໂຈດປະມານນັ້ນ.

ແອັບນີ້ແມ່ນຖືກພັດທະນາໂດຍໃຊ້ຂໍ້ມູນຈາກໂຄງການ AI ກ່ອນໆໜ້ານີ້ຂອງໄມໂຄຣຊັອບເຊັ່ນໂຄງການ Oxfords ໂດຍຜົນງານຂອງໂຄງການນີ້ກໍມີເວັບເດົາອາຍຸທີ່ຫຼາຍໆຄົນກໍອາດຈະໄດ້ຫຼິ້ນກັນແລ້ວ How-Old.net , ທ່ານເປັນຝາແຝດກັນຫຼືບໍ່ TwinsOrNot.net ແລະ ອາລົມຂອງທ່ານເປັນແນວໃດ MyMoustache.net.

ສຳລັບໃຜສົນໃຈສາມາດເຂົ້າໄປດາວໂຫຼດໄດ້ທີ Mimicker Alarm Play Store