Microsoft ອອກມາປະກາດວ່າຖືກ ແຮກຄືກັນກັບ Facebook ແລະ Apple

ຊ່ວງຫຼັງໆມານີ້ຈະເຫັນມີການໂຈມຕີໃນໂລກອິນເຕີເນັດຫຼາຍຂຶ້ນເລື້ອຍໆ, ສາເຫດມາຈາກລະບົບຮັກສາຄວາມ ປອດໄພໃນຄອມພິວເຕີຂອງທ່ານ, ຊ່ອງໂວຕ່າງໆທີ່ເຮັດໃຫ້ຜູ້ບໍ່ຫວັງດີສາມາດເຈາະເຂົ້າລະບົບຮັກສາຄວາມ ປອດໄພໄດ້. ເຖິງແມ່ນວ່າບໍລິສັດນັ້ນຈະມີລະບົບຮັກສາຄວາມປອດໄພດີ ປານໃດກໍຍັງຖືກໂຈມຕີໄດ້ເຊັ່ນ: Facebook ແລະ Apple, ນອກນັ້ນຍັງມີ Microsoft ນຳອີກ.

Microsoft ປພກາດທາງເວັບໄຊ Microsoft Security Response Center blog ວ່າຖືກແຮກຄືກັນກັບ Facebook ແລະ Apple, ແຕ່ການໂຈມຕີຄັ້ງ ນີມີພຽງແຕ່ຄອມພິວເຕີບາງໜວ່ຍເທົ່ານັ້ນທີ່ຕິດໄວຣັດດັງກ່າວ ແລະ ຍັງບໍ່ພົບວ່າມີການລັກເອົາຂໍ້ມູນຂອງລູກຄ້າຂອງ Microsoft.

ເຮົາເຫັນໄດ້ວ່າບັນຫາຊ່ອງໂວ JAVA ເປັນອັນຕະລາຍຫຼາຍໃນໄລຍະນີ້, ນີ້ເປັນອີກບົດຮຽນໜຶ່ງທີ່ສອນໃຫ້ເຮົາ ຄວນເບິ່ງກ່ອນວ່າເວັບທີ່ເຮົາເຂົ້າໄປເບິ່ງນັ້ນປອດໄພ ຫຼື ໄວ້ໃຈໄດ້ບໍ່?

ຂອບໃຈທີ່ມາ Microsoft Security Response Center blog, TheVerge, Thenextweb