LG ເປີດ​ໂຕ​ໂມງໃໝ່ LG G Watch R ໜ້າປັດກົມທ້າ​ຊົນ Moto360

ຫຼັງຈາກທີ່ LG ໄດ້ເປີດໂຕໂມງອັດສະລິຍະໜ່ວຍທຳອິດຂອງຕົນໃນງານ Google I/O 2014 ໃນທ້າຍເດືອນ ມິຖຸນາ ກ່ອນໜ້ານີ້ ແລະ ໄດ້ວາງຂາຍທ້າຍເດືອນ ກໍລະກົດຜ່ານມາ. ເປັນເວລາໜຶ່ງເດືອນເທົ່ານັ້ນນັບຈາກທີໄດ້ວາງຂາຍໂມງໜ່ວຍທຳອິດຂອງຕົນ ໃຜທີ່ຊື້ LG G Watch ໄປແລ້ວຄົງຕ້ອງພາກັນກິນແໜ່ງໄປບໍ່ໜ້ອຍເລີຍ. ເພາະ LG ໄດ້ເປີດໂຕໂມງອັດສະລິຍະໃໝ່ອີກໃສ່ຊື່ວ່າ LG G Watch R ໂດຍຈຸດພິເສດຂອງໂມງໂຕນີ້ຄືຮູບຊົງໜ້າປັດໂມງເປັນວົງກົມເຮັດໃຫ້ມີຄວາມງາມ ແລະ ຄວາມເປັນໂມງຍິ່ງຂຶ້ນ.

LG_G_Watch_R_2

LG G Watch R ມາພ້ອມລະບົບປະຕິບັດການ Android Wear, ໜ້າຈໍພາສຕິກ(Plastic) LED ຂະໜາດ  1.3 ນິ້ວ ໜ້າຕາຄ້າຍກັບ Moto360 ປານອ້າຍນ້ອງກັນເລີຍ, ໃຊ້ໜ່ວຍປະມວນຜົນ Qualcomm Snapdragon 400 ຄວາມໄວ 1.2 GHz, RAM 512 MB. ມີໜ່ວຍຄວາມຈຳພາຍໃນ 4 GB ແລະ ກັນນ້ຳ, ກັນຝຸ່ນ. LG ບອກວ່າສາມາດກັນນ້ຳ 30 ນາທີໃນຄວາມເລິກ 1 ແມັດ.

LG ຈະວາງຂາຍ G Watch R ໃນທ້າຍປີນີ້ ແລະ ລາຄາຍັງບໍ່ເປີດເຜີຍເທື່ອ.

 

ຂອບໃຈທີມາ Thenextweb