Lenovo ເປີດ​ໂຕ​ Tablet ໃໝ່​ Tab S8 ສະ​ເປັກ​ແຮງ, ຄາ​ລາ​ຖືກ

Lenovo ເປີດ​ໂຕ Tablet ໃໝ່​ຊື່ Tab S8 ມີ​ໜ້າ​ຈໍ​ຂະ​ໜາດ 8 ນິ້ວ ບາງ​ພຽງ 7.8 ມິນ​ລີ​ແມັດ ນ້ຳ​ໜັກ​ຂອງ​ໂຕ​ເຄື່ອງ​ແມ່ນ 308 ກ​ຣາມ. ໃຊ້ລະ​ບົບ​ປະ​ຕິ​ບັດ​ການ Android 4.4 Kitkat ສາ​ມາດ​ອັບ​ເກດ​ເປັນ Android L ໄດ້​ເມື່ອ​ຮອງ​ຮັບ, ​ໜ້າ​ຈໍ​ IPS ຂະ​ໜາດ 8 ນິ້​ວ ຄວາມ​ລະ​ອຽດ 1920×1080, ໜ່ວຍ​ປະ​ມວນ​ຜົນ Intel-Atom Z3745 ສີ່​ແກນ ຄວາມ​ໄວ 1.8 GHz, RAM 2GB, ກ້ອງ​ໜ້າ​ຄວາມ​ລະ​ອຽດ 1.6 MP ແລະ ກ້ອງຫຼັງ 8 MP ແລະ ແບັດ​ເຕີ​ຣີ​ໃຊ້​ໄດ້​ດົນ​ເຖິງ 7 ຊົ່ວ​ໂມງ. ລາ​ຄາ​ຂອງ Tab S8 ໂຕນີ້​ແມ່ນ 199 ໂດ​ລາ​ສະ​ຫະ​ລັດ ລາ​ຄາ​ຖື​ວ່າ​ຖືກ​ກ່​ວາ iPad mini ແລະ Tablet ຂອງ Samsung ໃນ​ຂະ​ໜາດ​ດຽວ​ກັນ​ເຖິງ​ເຄິ່ງໜຶ່ງ, ໃຜ​ທີ​ກຳ​ລັງຫາ Tablet ລາ​ຄາ​ຖືກ, ບາງ ແລະ ເບົາ​ຄວນ​ພິ​ຈາ​ລະ​ນາ​ໂຕນີ້​ເບິ່ງ​ເດີ້.

Lenovo-Tab S8-1 Lenovo-Tab-S8-2

ຂອບ​ໃຈ​ທີ​ມາ Lenovo News