ລາວໂທ​ລະ​ຄົມເປີດໃຫ້ບໍລິການ 4G ທີ່ແຂວງຈຳປາສັກ

laotelecom-opened-4g-lte-service-in-champasack-province

ໃນວັນທີ 31 ເດືອນ ມີນາ 2015 ລາວໂທ​ລະ​ຄົມ (Lao Telecom) ໄດ້ຂະຫຍາຍການໃຫ້ບໍລິການອິນເຕີເນັດຄວາມໄວສູງ 4G LTE ໄປຍັງແຂວງຈຳປາສັກ ໂດຍທຳອິດຈະມີໃຫ້ບໍລິການທັງໝົດ 30 ຈຸດ.
ປັດຈຸບັນ ທ່ານສາມາດໃຊ້ບໍລິການ 4G LTE ທັງໝົດ 80 ຈຸດທີ່ ແຂວງ ນະຄອນຫຼວງວຽງຈັນ ເຊິ່ງວ່າໄດ້ເປີດໃຫ້ບໍລິການໃຫ້ແກ່ປະຊາຊົນທົ່ວໄປໄດ້ໃຊ້ປີ 2014 ທີ່ຜ່ານມາ ໂດຍສາມາດໃຊ້ໄດ້ພຽງແຕ່ເບີລາຍເດືອນ ແລະ ເບີຫຼິ້ນອິນເຕີເນັດ 4G (Net sim 4G) ເທົ່ານັ້ນ.
ຖ້າທ່ານໃດທີ່ສົນໃຈຢາກລອງໃຊ້ບໍລິການ 4G LTE ຂອງລາວໂທລະຄົມກໍສາມາດໂທສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ເບີ 101