iPhone 4 Cloning ລອກລຽນແບບນຽນສຸດໆ GooApple 3G ຈາກ GooApple

ແຕ່ກ່ອນມີຫລາຍລຸ້ນໄດ້ອອກມາລອກລຽນແບບ iPhone 4 ຫລາຍລຸ້ນຈາກແຜ່ນດິນໃຫຍ່ນັ້ນກໍຄື ປະເທດຈີນ, ແຕ່ໂຕນີ້ຂໍບອກໄວ້ເລີຍວ່ານຽນສຸດໆເລີຍ ທັງຄວາມລະອຽດກ້ອງ, ຣູບແບບເມນູ, ລາຄາກະ ແສນຈະຖູກ ຖ້າຫາກຊື້ໄປຕົວະໝູ່ວ່າເປັນ iPhone 4 ແນ່ນອນ.

ເຊິ່ງລະບົບປະຕິບັດການທີ່ໃຊ້ນັ້ນພື້ນແລ້ວແມ່ນດັດແປງມາຈາກ Android 2.2 Froyo ອອກມາເປັນ iPhone Cloning ອອກມາໃຫ້ເຫັນ ເຊິ່ງ ເວົາເລື່ອງ Specs ແລະ ໝ້າຈໍນັ້ນແມ່ນ ໝ້າຈໍ 3.5 ນິ້ວ,  ກ້ອງ  5 ລ້ານພິກເຊວ, ຮູບແບບການຫລິ້ນຄ້າຍຄື iOS . ບ່ອນທີ່ແຕກຕ່າງແມ່ນ CPU ໃຊ້ Qualcomm 600 MHz, ສາມາດໃສ່ Case ຂອງ iPhone ແລະ ລາຄາມັນກໍຕົກຢູ່ປະມານ 1 800 000 ກີບ.

By Douangtavanh Kongphaly