Apple ໄດ້ເລີ່ມຂາຍ Iphone4 ແບບ Unlock ແລ້ວລາຄາ $649

Apple Store ທີ່ອາເມລິກາໄດ້ຂາຍ Iphone4 ແບບປົດລ໋ອກແລ້ວເຊິ່ງບໍ່ຕ້ອງອຸກໃຈກັບການເຈວເບກ ແລະ ຍັງບໍ່ເຄີຍເກີດຂຶ້ນມາກ່ອນ ເຊິ່ງ ໄດ້ເລີ່ມຂາຍຢ່າງເປັນທາງ ການແລ້ວໂດຍບໍ່ມີການຜູກມັດສັນຍາກັບຜູ້ໃຫ້ບໍລິການໃດໆ ໂດຍລາຄາຂອງ Iphone4 ຄວາມຈຸ 16GB ສີດຳ ແລະ ສີຂາວແມ່ນ $649  (ປະມານ 5 ລ້ານປາຍກີບ) ແລະ Iphone4 ຄວາມຈຸ 32 GB ສີດຳ ແລະ ຂາວ ແມ່ນຂາຍຢູ່ທີ່ $749 (ປະມານ 6 ລ້ານປາຍກີບ) ທັງ 2 ລຸ້ນ ເປັນລະບົບ GSM.

ຖ້າໃຜມີໝູ່ ຫຼື ພີນ້ອງຢູ່ຫັ້ນກໍຝາກັນຊື້ໄດ້ເດີ້ເພາະວ່າລາຄາມັນຖືກຫຼາຍກ່ວາຢູ່ ລາວໂມບາຍກຸບ ແລະ ໄທຍນຳອີກ.

By Douangtavanh Kongphaly