ຄຳ​ຖາມສຳ​ພາດ​ໂຄງ​ການ​ຊາວ​ໜຸ່ມ​ເດີນ​ທະ​ເລ ອາ​ຊຽນ-ຍີ່?

ຈາກປະສົບການໂຕຈິງຂອງຜູ້ຂຽນທີ່ໄດ້ເຂົ້າມາຮອບສຳພາດ ຂອງ ໂຄງການ ຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ (SSEAYP) ຄັ້ງທີ 43 ປີ 2016. ເຮົາມາເບິ່ງກັນວ່າແນວທາງການສຳພາດຂອງຄະນະກຳມະການວ່າເຂົາມີຄຳຖາມສຳພາດຜູ້ຜ່ານເຂົ້າຮອບສຳພາດມີຄວາມຍາກງ່າຍສ່ຳໃດ.

ການເສັງສຳພາດແມ່ນຈັດຂຶ້ນ ວັນທີ 4 ເປັນວັນ ເສົາ ແລະ ລາຍຊື່ຜູ້ເຂົ້າຮອບສຳພາດນັ້ນແມ່ນວັນ ສຸກ ຫຼື ວັນທີ 3, ນັ້ນໝາຍຄວາມວ່າຜູ້ທີ່ຜ່ານເຂົ້າຮອບສຳພາດຈະມີເວລາກຽມໂຕ ກະກຽມຂໍ້ມູນ ແລະ ຕິວກັນພຽງແຕ່ ມື້ໜຶ່ງ ເທົ່ານັ້ນ ຫຼື ອາດຈະບໍ່ຮອດ, ສຳລັບໃຜທີ່ເປັນພະນັກງານ ຫຼື ຮຽນຈົນຮອດຄ່ຳ. ໂຕນີ້ແມ່ນຈະເວົ້າສະເພາະແຕ່ຄົນທີ່ບໍ່ຄາດຫວັງວ່າໂຕຈະຜ່ານມາຮອດຈຸດນີ້ໄດ້, ແຕ່ສຳລັບຄົນທີ່ຄິດວ່າໂຕຜ່ານມາຮອບນີ້ໄດ້ແມ່ນຄົງກະກຽມໂຕມາດີແລ້ວ. ໃນເລື່ອງຂອງການປະກາດລາຍຊື່ຜູ້ເຂົ້າຮອບກັບມື້ທີ່ສຳພາດນັ້ນ ເຮົາເບິ່ງຄືວ່າມັນເປັນຫຍັງທີທ້າທາຍຫຼາຍເພາະວ່າ ເຮົາຈະກຽມຂໍ້ມູນຫຍັງບໍ່ທັນ ແລະ ຈະຕ້ອງໃຊ້ເວລາຫຼາຍໃນການກະກຽມດັ່ງກ່າວ.

ຜູ້ຜ່ານເຂົ້າຮອບສຳພາດທັງໝົດແມ່ນມີ 62 ຄົນ ຍິງ 35 ແລະ ຊາຍ 27, ເພິ່ນຄັດເອົາ ຍິງ 14 ແລະ ຊາຍ 14, ໂອກາດຂອງຜູ້ທີ່ຈະຖືກເລືອກແມ່ນ 50-50 ມັນເປັນອີ່ຫຍັງທີ່ລຸ້ນຫຼາຍ. ຄະນະກຳມະການເພິ່ນແບ່ງຫ້ອງເສັງອອກເປັນສອງຫ້ອງ ແລະ 2 ພາກ ຄື ພາກເຊົ້າ ແລະ ພາກບ່າຍ.

ໝາຍເຫດ: ແນວທາງຄຳຖາມນີ້ແມ່ນອີງຕາມການສະຫຼຸບສັງລວມຂອງຜູ້ຂຽນເອງສະນັ້ນ ບາງຢ່າງທີ່ເວົ້າໄປມັນອາດຈະຜິດດ່ຽງຈາກຄວາມເປັນຈິງ ແລະ ຄຳຖາມດັ່ງກ່າວນັ້ນແມ່ນໄດ້ຈາກການຖາມຜູ້ທີ່ເຂົ້າໄປສຳພາດແຕ່ລະຄົນ.

ລຳດັບທີ່ສຳພາດຂອງເຮົາແມ່ນລຳດັບທີ 19 ໝາຍຄວາມວ່າເຮົາແມ່ນຜູ້ຮອງທ້າຍສຸດຂອງຂອງພາກເຊົ້າ, ແຕ່ເນື່ອງຈາກວ່າມີຜູ້ໜຶ່ງຢູ່ພາກບາຍ ຢາກປ່ຽນເພາະເພິ່ນຄາວຽກຊ່ວງຕອນບ່າຍສະນັ້ນ ເຮົາຈຶ່ງໄດ້ປ່ຽນກັບລາວ ແລະ ໄດ້ມາເສັງລຳດັບທີ 1 ຂອງພາກບ່າຍແທນ. ຄວາມຮູ້ສຶກຕອນນັ້ນແມ່ນແບບວ່າເຮົາຖ້າຕັ້ງແຕ່ 8 ໂມງ ເຄິ່ງຈົນຮອດ 12 ໂມງຕອນ ສວາຍເພື່ອຖ້າເຂົ້າສຳພາດ, ແຕ່ບໍ່ໄດ້ເຂົ້າສຳພາດຕອນຊ່ວງພາກເຊົ້າ ແລະ ໄດ້ສຳພາດຕອນຊ່ວງພາກສວາຍ. ໝາຍຄວາມວ່າເຮົາໄດ້ຕິດຂອບສະໜາມສຳພາດຕັ້ງແຕ່ຕົ້ນຈົນຈົບເລີຍ. ຈົບນີ້ແມ່ນຈົບເອົາແທ້ເອົາວ່າເພາະຢູ່ຈົນຮອດຄົນສຸດທ້າຍ ຫຼື ຈົນເຂົາກັບບ້ານກັນເລີຍ ຍ້ອນລົມກັບຄົນອື່ນລະມັນປາກ ເຖິງວ່າຕົນເອງສິສຳພາດແລ້ວກໍຕາມ, ແຕ່ມັນກະບໍ່ເຮັດໃຫ້ຢາກກັບເມື່ອຫຼັງຈາກສຳພາດແລ້ວເລີຍ ເພາະວ່າມັນຕື່ນເຕັ້ນດີບ່ອນວ່າເຮົາແລກປ່ຽນໄຫວພິກໃນການຕອບຄຳຖາມຂອງຜູ້ທີ່ເຂົ້າສຳພາດແລ້ວອອກມາ ແລະ ລຸ້ນວ່າເຂົາສິຖືກຫົວຂໍ້ຫຍັງ ແລະ ຄະນະກຳມະການຈະສຳພາດແບບໃດແນ່.

ການສຳພາດຄັ້ງນີ້ເຫັນຫຼາຍຄົນວ່າເຂົາຈະເນັ້ນໃສ່ 8 ຫົວຂໍ້ ເຊິ່ງ 8 ຫົວຂໍ້ນີ້ລ້ວນແລ້ວແຕ່ເປັນຫົວຂໍ້ທີ່ຈະໄດ້ມີການເວົ້າແລກປ່ຽນກັນເມື່ອເວລາທີ່ເຮົາເຂົ້າໄປຮ່ວມໂຄງການໂດຍສະເພາະເວລາທີ່ເຮົາເຮັດກິດຈະກຳຢູ່ເທິງເຮືອ ຫຼື ອອກຄວາມຄິດເຫັນຕ່າງໆ.

8 ຫົວຂໍ້ຫຼັກໆມີດັ່ງນີ້:

  1. Cross Culture Understanding
  2. International Relation
  3. Food and Nutrition
  4. Health Education (HIV/AID) ໃນຫົວຂໍ້ນີ້ສ່ວນຫຼາຍກຳມະການຈະຖາມກ່ຽວກັບ HIV ເຊັ່ນ: ເຮົາຈະມີວິທີປ້ອງກັນການຕິດເຊື້ອ HIV ຈັ່ງໄດ໋, ເຮົາມີຄວາມຄິດແນວໃດຕໍ່ຄົນທີ່ຕິດເຊື້ອ HIV ປະມານນີ້ລະ.
  5. Environment
  6. Youth Enterpeneur
  7. Media
  8. Education
  9. Volunteer* ສ່ວນຫົວຂໍ້ນີ້ກຳມະການຈະຖາມວ່າ ເຮົາເຄີຍເປັນອາສາສະມັກບໍ່? ແລ້ວໃຫ້ເຮົາເລົ່າປະສົບການໃນການເປັນອາສາສະມັກ ແລະ ຄວາມຄິດເຫັນຂອງເຮົາຕໍ່ການເປັນອາສາສະມັກ.
  10. AEC* ໃນຫົວຂໍ້ນີ້ຄຳຖາມກໍຈະອອກແນວແບບວ່າ ຖ້າເຮົາເຂົ້າ AEC ແລ້ວເຮົາຈະມີວິທີການຮັບມືແນວໃດ?

*ບໍ່ມີໃນຫົວຂໍ້ທີ່ຄາດໄວ້ແຕ່ວ່າຈັ່ງໄດ໋ມັນກະກ່ຽວຂ້ອງກັບຫົວຂໍ້ອື່ນໆນຳ.

ຄຳຖາມຫຍັງແນ່ນອກຈາກທີ່ເຮົາຈະຕ້ອງກຽມຄຳຕອບໄວ້ນອກຈາກ 8 ຫົວຂໍ້ຫຼັກແລ້ວ.

  1. ການແນະນຳໂຕເອງ
  2. ຖ້າເຮົາໄດ້ໄປໂຄງການນີ້ແລ້ວກັບມາເຮົາຈະເຮັດຫຍັງ?
  3. ຖ້າເຮົາບໍ່ໄດ້ໄປໂຄງການນີ້, ເຮົາຈະເຮັດຫຍັງຕໍ່ໄປ?
  4. ເປັນຫຍັງຄະນະກຳມະການຈຶ່ງເລືອກເຈົ້າເຂົ້າຮ່ວມໂຄງການນີ້?
  5. ເຈົ້າມີພອນສະຫວັນຫຍັງແນ່?
  6. ເຈົ້າຮູ້ຈັກໂຄງການນີ້ໄດ້ແນວໃດ?
  7. ເຈົ້າເວົ້າໄດ້ຈັກພາສາ?
  8. ເຈົ້າເຄີຍໄປຕ່າງປະເທດບໍ່? ຖ້າເຄີຍໄປຈັກເທື່ອ? ໄປແຕ່ລະຄັ້ງແມ່ນເພື່ອຫຍັງ?
  9. ຊາວໜຸ່ມທີ່ມີການພັດທະນາແລ້ວຈະເປັນແນວໃດ?
  10. ໃນຖານະເຮົາເປັນສະມາຊິກຊາວໜຸ່ມ ເຮົາມີວິທີການແນວໃດໃນການພັດທະນາຕົນເອງ?
  11. ເຮົາມີຄວາມຄິດເຫັນແນວໃດກັບບົດເສັງຂໍ້ຂຽນ?
  12. ກ່ຽວກັບຄອບຄົວ? (ມີຈັກຄົນ, ອາຊີບ)

ສຸດທ້າຍ, ຄວາມຄິດເຫັນສ່ວນຕົວຂອງເຮົາເຫັນວ່າ ແຕ່ລະຄຳຖາມໃນການສຳພາດມັນຈະບໍ່ມີຄຳຕອບຕາຍໂຕສະເໝີໄປ, ສະນັ້ນ ເຮົາບໍ່ສາມາດທີ່ຈະໄປຕອບແບບນົກແກ້ວໄດ້. ທຸກຄຳຕອບລ້ວນແລ້ວແຕ່ໄດ້ຈາກປະສົບການຂອງເຮົາ ແລະ ຄວາມຮູ້ຂອງເຮົາທີ່ມີຢູ່ໃນຕອນນັ້ນ. ສິ່ງສຳຄັນກະຄືຫົວຂໍ້ທີ່ເປັນຄຳຖາມຫຼັກໃຫ້ເຮົາຈົກນັ້ນ ມັນລ້ວນແລ້ວແຕ່ເປັນຄຳຖາມທີ່ໃກ້ໂຕ ແລະ ມັນຍັງເປັນບັນຫາເດັ່ນໆທີ່ເຮົາຈະຕ້ອງໃສ່ໃຈ, ແກ້ໄຂ ແລະ ມີຄວາມຄິດເຫັນຕໍ່ກັບຫົວຂໍ້ນັ້ນໆ. ຢ່າງໜ້ອຍຖ້າເຮົາບໍ່ໄດ້ຫົວຂໍ້ນັ້ນໆແທ້ໆ ເຮົາກໍຈະຕ້ອງມີໄຫວພິກໃນການແຖ ແຕ່ການແຖກະຕ້ອງຢູ່ໃນຂອບເຂດ ບໍ່ແມ່ນວ່າຈະແຖຈົນໄປເລື່ອງໃໝ່.

 

2018

Douangtavanh Kongphaly

Douangtavanh Kongphaly