Instagram ສຳ​ລັບ IOS ອັບ​ເດດ​ໃໝ່​ບໍ່​ສາ​ມາດ​ແບ່ງ​ປັນ​ການ Like ໄປ

ຫຼັງ​ຈາກທີ່ Facebook ໄດ້​ອັບ​ເດດ​ແອັບ Instagram ເວີ​ເຊິນ​ລ່າ​ສຸດນີ້ ປຽບ​ເໝືອນ​ກັບວ່າ Facebook ກຳ​ລັງ​ຈະຫຼຸດ​ຜ່ອນ​ການ​ສະ​ແດງ​ຮູບ​ຈາກ​ການ​ແບ່ງ​ປັນ​ຈາກ​ແອັບ​ແບ່ງ​ປັນ​ຮູບ​ໃຫ້​ໜ້ອຍ​ລົງ​ໃນ Facebook.

ເນື່ອງ​ຈາກ​ການ​ອັບ​ເດດ​ລ່າ​ສຸດ​ຂອງແອັບ Instagram ເວີ​ເຊິນ 5.0.11 ໄດ້​ລຶບ​ການ​ແບ່ງ​ປັນ​ກິດ​ຈະ​ກຳ​ໃນ Instagram ​ອັດ​ຕະ​ໂນ​ມັດ(auto-sharing)ໄປ​ຍັງ Facebook. ສະ​ນັ້ນ​ຜູ້​ໃຊ້​ງານ​ພຽງ​ແຕ່​ສາ​ມາດ​ແບ່ງ​ປັນ​ຮູບ​ໄດ້​ເທົ່າ​ນັ້ນລົງ​ໃນ Facebook ແລະ ກິດ​ຈະ​ກຳ​ຂອງ​ຜູ້​ໃຊ້​ເຊັ່ນ: ການ​ໄປ Follow ຫຼື Like ຈະ​ບໍ່​ສະ​ແດງ​ອີກ​ຕໍ່​ໄປ.

ຈາກ​ເຫດ​ການ​ດັ່ງ​ກ່າວ​ຍັງ​ບໍ່​ຮູ້​ສາ​ເຫດ​ເທື່ອ​ວ່າ Facebook ເຮັດ​ໄປ​ເພື່ອ​ຫຍັງ, ບາງ​ເທື່ອ​ອາດ​ຈະ​ເກີດ​ຈາກວ່າ​ແອັບ Instagram ມີ​ຜູ້​ເຂົ້າ​ໃຊ້​ຢ່າງ​ໜ້ອຍ 200 ລ້ານ​ຄົນ​ຕໍ່​ເດືອນ​ເຊິ່ງວ່າ​ມັນ​ໄດ້​ສ້າງ​ການ​ແຈ້ງ​ເຕືອນ​ທີ່​ບໍ່​ເປັນ​ປະ​ໂຫຍດ ແລະ ຍັງເກ​ກະ​ໜ້າ Timelines ​ເອົາ​ຊື່ໆ.

ຂອບ​ໃຈ​ທີ່​ມາ Thenextweb