ຄວາມຮູ້ກ່ຽວກັບວິທີການປ້ອງກັນບັນຊີ Facebook ຂອງທ່ານໃຫ້ປອດ?

ເນື່ອງຈາກວ່າເຮົາໄດ້ເຫັນຫຼາຍຄົນທີ່ໄດ້ເຈີກັບການຖືກແຮກບັນຊີ Facebook ຂອງຕົນ ແລະ ບາງເທື່ອກໍອາດກູ້ກັບ ມາຄືນໄດ້ ຫຼື ບາງເທື່ຶອກໍອາດຈະກູ້ກັບມາບໍ່ໄດ້ອີກເລີຍ ເຊິ່ງໃນບົດຄວາມນີ້ເຮົາກໍຈະມາແນະນຳໃຫ້ຜູ້ທີ່ໃຊ້ Facebook ໃຫ້ຮູ້ຈັກວິທີປ້ອງກັນຈາກການທີ່ບໍ່ໃຫ້ຜູ້ທີ່ບໍ່ຫວັງດີມາແຮກບັນຊີເຮົາໄປ.

1. Email

ອີເມວເປັນສິ່ງສຳຄັນສຸດ ແລະ ມີປະໂຫຍດສູງສຸດເລີຍເຊິ່ງບໍ່ວ່າຈະເຮັດຫຍັງໃນໂລກອິນເຕີເນັດມັນເປັນສິ່ງຈຳເປັນ ເລີຍລະທີ່ຈະຕ້ອງມີອີເມວ, ນອກຈາກນັ້ນແລ້ວອີເມວເປັນສິ່ງສຳຄັນທີ່ສຸດທີ່ຈະຕ້ອງມີລະດັບຄວາມປອດໄພສູງທີ່ ສຸດເຊິ່ງມັນກະປຽບເໝືອນກັບເຮືອນຂອງເຮົາຫັ້ນລະຖ້າໂຈນເຂົ້າໄປເຮືອນເຮົາໄດ້ກໍຄົງຄິດອອກເນາະວ່າໂຈນມັນ ຈະຮູ້ຫຍັງ ແລະ ເອົາຫຍັງໄປແນ່.

ກົງກັນຂ້າມກັນແລ້ວເຮົາເຫັນຄົນອ້ອມຂ້າງເຮົາແມ່ນຍັງບໍ່ໃຫ້ຄວາມສຳຄັນຫຍັງຫຼາຍກັບອີເມວເທື່ອເຊັ່ນຕົວຢ່າງ (ມີຫຼາຍເລີຍລະສິຍົກຈັກໜຶ່ງ ຫຼື ສອງຕົວຢ່າງລະກະພໍ) ເອົາໂຕຈິງເລີຍເນາະຄົນອ້ອມຂ້າງເຮົາມັກສ້າງອີເມວຂອງ ຕົນມາເພື່ອປັດໃຈດຽວເທົ່ານັ້ນຄືໄວ້ເພື່ອມາສ້າງບັນຊີ Faebook ຊື່ໆ ແລະ ຢາກຖາມວ່າເຮົາໄດ້ເຂົ້າໄປໃຊ້ອີເມວ ຂອງເຮົາຄັ້ງສຸດທ້າຍຕອນໃດຫຼັງຈາກທີ່ເຮົາໃຊ້ມັນເພື່ອສ້າງບັນຊີ Facebook ແລ້ວ. ນີ້ລະເປັນບັນຫາຫຼັກເລີຍລະ ຖ້າຫາກວ່າມີຄົນເຂົ້າໄປປ່ຽນລະຫັດຜ່ານເຮົາກໍບໍ່ຮູ້ຊ້ຳ.

ສະນັ້ນຢ່າງໜ້ອຍເຮົາກະຕ້ອງເຂົ້າໄປກວດເບິ່ງອີເມວຂອງເຮົາຕະຫຼອດຢ່າງໜ້ອຍມື້ໜຶ່ງເທື່ອໜອ່ງຊະເພື່ອຄວາມປອດໄພຂອງເຮົາເອງ.

2. ລະບົບຮັກສາຄວາມປອດໄພຂອງ Facebook

ເປັນອີກສິ່ງໜຶ່ງທີ່ເປັນໂຕເສີມຄວາມປອດໄພໃຫ້ບັນຊີ Facebook ຂອງເຮົາເຊິ່ງວ່າ Facebook ນັ້ນທີມພັດທະນາ ເພິ່ນກໍໄດ້ຄິດຄົ້ນວິທີໃໝ່ໆເພື່ອທີ່ຈະເຮັດໃຫ້ເຮົານັ້ນບໍ່ຖືກແຮກບັນຊີ Facebook ໄປໄດ້ງານ.

ທາງ Facebook ນັ້ນເພິ່ນກະໄດ້ມີລະບົບຮັກສາຄວາມປອດໄພໃຫ້ເຮົາເຊັ່ນ: ການເຂົ້າລະຫັດດ້ວຍ HTTPS, ການ ຢືນຢັນອຸປະກອນທີ່ເຮົາກຳລັງໃຊ້ງານຢູ່ນັ້ນ, ການສົ່ງອີເມວເຕືອນເວລາມີອຸປະກອນບໍ່ໄດ້ຖືກບັນທຶກໄວ້ເຂົ້າໃຊ້ງານ, ການສຸ່ມລະຫັດເຂົ້າໃຊ້ງານຜ່ານໂປແກມ Facebook ໃນມືຖືຂອງທ່ານ….

ນອກຈາກນັ້ນແລ້ວ Facebook ຍັງໄດ້ເພີ່ມຄວາມປອດໄພໃນເວລາທີ່ຂໍປ່ຽນລະຫັດຜ່ານເຊັ່ນ: ຕອບຄຳຖາມທີ່ເຮົາ ຕັ້ງໄວ້ຕັ້ງແຕ່ຕອນທຳອິດ(ເຫັນວ່າຫຼັງມາຈະບໍ່ສາມາດປ່ຽນໄດ້ແລ້ວ..ຕິ?), ການຍືນຍັນດ້ວຍການບົ່ງຊື່ຂອງໝູ່ເຮົາ (ຢູ່ໃນ Facebook)ຈາກຮູບ, ສົ່ງລະຫັດປ່ຽນລະຫັດໃໝ່ຜ່ານຂໍ້ຄວາມເທິງມືຖືຂອງເຮົາ, ສົ່ງລະຫັດໃຫ້ໝູ່ທີ່ເຮົາເລືອກ ໄວ້……

3. ຕັ້ງລະຫັດຜ່ານໃຫ້ເດົາອອກຍາກ

ເປັນອີກສິ່ງໜຶ່ງເຖິງວ່າລະບົບຈະມີຄວາມປອດໄພສ່ຳໃດແຕ່ເຮົາສຳພັດຕັ້ງລະຫັດຜ່ານຂອງເຮົາງ່າຍໂພດຈົນເດົາ ອອກເມື່ອນັ້ນລະເຮົາຈະໂທດລະບົບຄວາມປອດໄພບໍ່ໄດ້ເຮົາຄວນຈະໂທດຕົວເອງດີກ່ວາ. ເພາະສະນັ້ນເຮົາຕ້ອງ ຕັ້ງລະຫັດໃຫ້ເດົາຍາກໂດຍໃສ່ໂຕອັກສອນນ້ອຍ, ໃຫຍ່, ສັນຍາລັກ ແລະ ໂຕເລກປະສົມກັນເຊິ່ງຍາກແກ່ການເດົາ ແລະ ງ່າຍແກ່ການຈື່ປະມານນັ້ນ.

ເອົາເທົ່ານີ້ກັນກ່ອນເນາະຖ້າຫາກຄຶດອອກລະຈະມາຂຽນຕື່ມ, ເອົາ 3 ຂໍ້ຫຼັກໆທີ່ເຮົາມັກບໍ່ໃຫ້ຄວາມສຳຄັນກັບຄວາມ ປອດໄພໄປກ່ອນເປັນນ້ຳຈິ້ມ.