Translate Community ​ມາ​ຊ່ວຍ​ປັບ​ປຸງ​ພາ​ສາ​ໃນ Google Translate ໃຫ້​ດີ​ຂຶ້ນ

Google Translate ເປັນ​ເຄື່ອງ​ມື​ທີ່​ຊ່ວຍ​ໃຫ້ຄົນຫຼາຍໆ​ຄົນ​​​ສື່​ສານ ແລະ ຮຽນ​ຮູ້​ພາ​ສາ​ໃໝ່ໆ​ເປັນ​ຕົ້ນ​ແມ່ນ​ເຮົາ​ຈະ​ໃຊ້​ມັນ​ເພື່ອ​ການ​ແປ​ຄຳ​ສັບ​ ຫຼື ປະ​ໂຫຍກ​ໃດ​ໜຶ່ງ. ສິ່ງ​ທີ່​ Google Translate ແຕກ​ຕ່າງ​ໄປ​ຈາກ​ເຄື່ອງ​ມື​ການ​ແປ​ໂຕ​ອື່ນ​ກໍ​ຄື​ມັນ​ສາ​ມາດແປ​ເປັນ​ປະ​ໂຫຍກ​ຫຼາຍໆ​ປະ​ໂຫຍກ​ ຫຼື ບົດ​ຄວາມ​ໜຶ່ງໆ​ໄດ້ເລີຍ​ລະ. ແຕ່​ວ່າ​ຕາມ​ຄວາມ​ເປັນ​ຈິງ​ແລ້ວ​ໃນ​ການ​ໃຊ້​ງານ​ເຄື່ອງ​ມື​ດັ່ງ​ກ່າວ​ມັນ​ກໍ​ບໍ່​ອາດ​ຖືກ​ໄປ​ຕາມ​ຄວາມ​ໝາຍ​ໃນ​ການ​ແປ​ແຕ່​ລະ​ຄັ້ງ​ໄປ ມັນ​ພຽງ​ຊ່ວຍ​ເຮົາ​ໄດ້​ສ່ຳ​ໃດ​ສ່ຳ​ໜຶ່ງ​ເທົ່າ​ນັ້ນ. ພ້ອມ​ກັນ​ນັ້ນ​ໃນ​ການ​ແປນີ້​ກໍ​ມີ​ພຽງ​ແຕ່​ຜູ້​ທີ່​ໄດ້​ຮັບ​ອາ​ນຸ​ຍາດ​ເທົ່າ​ນັ້ນ​ທີ​ແປ​ໄດ້ ເຖິງວ່າຫຼາຍໆ​ຄົນ​ມີ​ໃຈ​ອາ​ສາ​ຢາກ​ເຂົ້າ​ມາ​ຮ່ວມ​ພັດ​ທະ​ນາ​ແປ​ກໍ​ຕາມ.

help-google-translate-to-improve-their-translation-language-in-translate-community

ເພາະ​ສະ​ນັ້ນ​ທາງ Google ໄດ້​ເປີດ​ໂຕ Translate Community ຂຶ້ນ, ຈຸດ​ປ​ະ​ສົງ​ເພື່ອ​ວ່າຢາກ​ໃຫ້​ຜູ້​ທີ່​ຢາກ​ແປ​ພາ​ສາ​ທີ່​ຕົນ​ຢາກ​ປັບ​ປຸງ ຢາກ​ຊ່ວຍ​ໃຫ້​ການ​ແປ​ມີ​ຄຸນ​ນະ​ພາບ​ຍິ່ງ​ຂຶ້ນ ພ້ອ​ມ​ທັງ​ຍັງ​ໄດ້​ຊ່ວຍ Google Translate ໃຫ້​ມີ​ຄຸນ​ນະ​ພາບ​ໃນ​ການ​ໃຊ້​ງານ​ຍິ່ງ​ຂຶ້ນ​ອີກ​ດ້ວຍ. ເຫັນ​ຄົນ​ຈົ່ມຫຼາຍ​ວ່າ Google Translate ແປ​ພາ​ສາ​ລາວບໍ່​ໄດ້​ເລື່ອງ ແລ້ວມື້ນີ້​ໃຜ​ທີ່​ຢາກ​ໃຫ້​ພາ​ສາ​ລາວ​ໃນ Google translate ແປ​ໃຫ້​ດີ​ກ່​ວາ​ເກົ່າ​ແມ່ນ​ທ່ານ​ສາ​ມາດ​ເຮັດ​ໄດ້​ດ້ວຍ​ໂຕ​ທ່ານ​ເອງ​ແລ້ວ.

ພາຍ​ໃນ​ໜ້າ​ຕ່າງ​ໃນ​ໜ້າ Translate Community ນີ້​ມີ​ເຄື່ອງ​ມືຫຼາຍໆ​ຢ່າງ​ໃຫ້​ເຮົາ​ໄດ້​ໃຊ້​ກັນ​ເຊັ່ນ: ການ​ແປ​ໂດຍ​ແປ​ຈາກ​ການ​ສຸ່ມ​ເລືອກ​ຄຳ ຫຼື ປະ​ໂຫຍກ​ມາ​ໃຫ້​ທ່ານ​ແປ, ມີ​ການ​​ຈັດ​ອັນ​ດັບ​ໃຫ້​ກັບ​ຄຳ​ທີ​ແປ​ມາ​ວ່າ​ເໝາະ​ສົມ​ແລ້ວບໍ່, ມີ​ການ​ປຽບ​ທຽບ​ການ​ແປ​ຄຳ​ສັບ​ຂອງ​ເຮົາ​ກັບ​ຜູ້​ອື່ນ ແລະ ອື່ນໆ.

ຖ້າ​ຫາກວ່າ​ທ່ານບໍ່​ມີ​ເວ​ລາ​ທີ່​ຈະ​ເຂົ້າ​ໄປ​ໃນ Translate Community ທ່ານ​ກໍ​ຍັງ​ສາ​ມາດ​ມີ​ສ່ວນ​ຮ່ວມ​ໄດ້​ທີ່​ໜ້າ Google translate ຫາກວ່າ​ທ່ານ​ເຫັນ​ວ່າ​ຄຳ​ສັບ ຫຼື ປະ​ໂຫຍກ​ທີ່​ທ່ານ​ແປ​ນັ້ນ​ເຫັນ​ວ່າ​ຍັງ​ບໍ່​ຖືກ ທ່ານ​ກໍ​ພຽງ​ແຕ່​ກົດ​ປຸ່ມ “ສໍ” ຫຼື “improve this translation” ປຸ່ມ​ທີ່​ຢູ່​ຂ້າງ​ລຸ່ມ​ດ້ານ​ຊ້າຍ​ມື​ຂອງ​ຊ່ອງ​ແປ.

help-google-translate-to-improve-their-translation-language-in-translate-community-1

ໃຜ​ທີ​ມີ​ຄວາມ​ສົນ​ໃຈ​ສາ​ມາດ​ເຂົ້າ​ໄປ​ມີ​ສ່ວນ​ຮ່ວມ​ໄດ້​ທີ Translate Community

ຂອບ​ໃຈ​ທີ​ມາ Google Translate Blog