Hack Firefox Web Browser ໃຫ້ບັນທຶກລະຫັດຜ່ານໂດຍບໍ່ຕ້ອງຖາມຜູ້ໃຊ້ງານ

ບົດເລື່ອງນີ້ເປັນພຽງແຕ່ໃຫ້ຄວາມຮູ້ ແລະ ໃຫ້ແນວຄິດໃນການປ້ອງກັນຈາກຄົນບໍ່ຫວັງດີ, ຫ້າມນຳໄປໃຊ້ໃນທາງທີຜິດ!

ເວລາທີເຮົາຫຼິ້ນໂປແກມທ່ອງໂລກອິນເຕີເນັດ(Web Browser) ແລະ ເຂົ້າສູ່ລະບົບຂອງເວັບໃດໜຶ່ງເຊັ່ນ: Facebook, Gmail, Hotmail, Yahoo, Twitter ເປັນຕົ້ນ, ເມື່ອເຮົາເຂົ້າແລ້ວເຮົາຈະສັງເກດເຫັນວ່າມີການແຈ້ງເຕືອນໃຫ້ເຮົາຮູ້ວ່າເຮົາຈະບັກທຶກຊື່ຜູ້ໃຊ້ ແລະ ລະຫັດຜ່ານຂອງ ເວັບທີ່ເຮົາເຂົ້ານັ້ນເລີຍບໍ່ ຫຼື ບໍ່ບັກທຶກສຳລັບໃນຕອນນີ້(ຄັ້ງນີ້) ຫຼື ບໍ່ບັນທຶກເລີຍ.

ມື້ນີ້ຫວ່າງໆກະເລີຍມາຂຽນເລື່ອງນີ້ໃຫ້ຜູ້ທີອ່ານໄດ້ມີສະຕິໃນການທ່ອງໂລກອິນເຕີເນັດໂດຍບໍ່ໄດ້ຄຳນຶງເຖິງຄວາມປອດໄພຂອງຕົວເຮົາເອງໂດຍ ສະເພາະຄົນທີ່ມັກຫຼິ້ນຄອມຄົນອື່ນ ຫຼື ຄອມຕາມຮ້ານອິນເຕີເນັດ, ເຮົາຈະບໍ່ຮູ້ເລີຍວ່າຄອມນັ້ນມີຫຍັງທີ່ຢູ່ຂ້າງໃນແນ່ບໍ່ວ່າຈະເປັນໄວຣັດເປັນຕົ້ນ. ນອກນັ້ນເຮົາກະຍັງເຄີຍເຈີຕະຫຼອດຄົນທີເວົ້າໃຫ້ຟັງວ່າຖືກ Hack ຕະຫຼອດໂດຍສະເພາະຄົນທີຫຼິ້ນເກມອອນລາຍເຮົາເຈີຕະຫຼອດເດັ່ນໆເລີຍແມ່ນ: ເຂົ້າໄປຫຼິ້ນຮ້ານນັ້ນບັງເອີນວ່າມີຄົນບໍ່ຫວັງດີໄດ້ໃຊ້ໂປແກມທີ່ມີໜ້າທີ່ບັນທຶກຊື່ຜູ້ໃຊ ແລະ ລະຫັດຜ່ານຂອງບັນຊີເກມນັ້ນໆເຮັດໃຫ້ເສຍເຄື່ອງທີ ຕົນເອງຊື້ມາ ແລະ ເງິນໃນເກມ ຈາກຄົນທີ່ເຂົາເວົ້າກັນຕໍ່ກັນໄປຈາກຄົນຫຼິ້ນເກມ Yulgang.

ວິທີທີ່ເຮົາຈະມາບອກໃຫ້ຟັງນີ້ຜົນໄດ້ຮັບກະຄ້າຍໆກັບເລື່ອງຂ້າງເທິງສຳລັບຜູ້ເສຍຫາຍ, ແຕ່ມັນຈະຕ່າງຢູ່ບ່ອນວ່າເຮົາຈະໃຊ້ Firefox web Browser ເປັນໂຕບັນທຶກຂໍ້ມູນເອງ. ເຮົາມາເບິ່ງກັນເລີຍ!

ສິ່ງທີຄວນມີກ່ອນທີ່ເຮົາຈະ Hack

  • ໂປແກມ Firefox Web Browser ຂໍແນະນຳໂຕໃໝ່ສຸດຈະດີທທີສຸດ, ເນື່ອງຈາກວ່າຫາກເວີເຊິນເກົ່າວິທີມັນຈະແຕກຕ່າງກັນເລັກນ້ອຍ. ເຮົາຈະໃຊ້ Firefox Web Browser ເວີເຊິນ 15.1 ໃໝ່ສຸດໃນຕອນນີ້.
  • ໂປແກມ Notepad ++
  • ໂປແກມ PowerArchiver
  • ຄວາມຮູ້ຂອງເຮົາເອງ

1. ທຳອິດເລີຍແມ່ນໃຫ້ເຮົາຕິດຕັ້ງທັງ 3 ໂປແກມໄວ້ໃນເຄື່ອງເຮົາກ່ອນ.

2.ເປີດໂປແກມ PowerArchiver ຂຶ້ນມາແລ້ວເຂົ້າໄປຕາມນີ້ C:Program FilesMozilla Firefox ແລ້ວເຂົ້າໄປຟາຍ omni.ja ຫຼັງຈາກນັ້ນ ກົດ Open.

Untitled

3. ເຂົ້າຕາມນີ້ຕໍ່ jsloaderresourcegrecomponents ແລ້ວລຶບ(delete) ຟາຍ nsLoginManagerPrompter.js.

 Untitled1

4. ແລ້ວກັບອອກມາຈາກຈຸດເລີ່ມຕົ້ນຫຼັງຈາກຂໍ້ສອງ.

5. ເຂົາໄປ components Folder ແລະ ຊອຫາກຟາຍຊື່ nsLoginManagerPrompter.js ແລ້ວ Extract ຟາຍໂຕນັ້ນອອກມາ.

 Untitled2

6. ຄິຣກຂວາຟາຍໂຕນັນ ແລະ ເລືອກ Edit with Notepad++

7. ກົດ ປຸ່ມ ctrl+ປຸ່ມ F ເພື່ອຄົ້ນຫາຄຳ _showSaveLoginNotification

Untitled3

8. ລຶບຕັ້ງແຕ່ແຖວ

// Ugh. We can’t use the strings from the popup window, because they

 Untitled4

ເຖິງ

notificationText, buttons);
}

Untitled5

9. ແລ້ວເພິ່ມປະໂຫຍກໂຕນີ້ໃສ່

var pwmgr = this._pwmgr;
pwmgr.addLogin(aLogin);

ຫຼັງຈາກນັ້ນເຮົາກະບັນທຶກ(Save)

Untitled6

10. ເອົາຟາຍໂຕທີເຮົາແກ້ໄຂແລ້ວນັນກັບໄປທັບກັບໂຕເກົ່າ. ຈົບຂັ້ນຕອນນີ້ກະສຳເລັດແລ້ວ

ເມື່ອໃຜເຂົ້າມັນກໍຈະບັນທຶກຂໍ້ມູນຊື່ຜູ້ໃຊ້ ແລະ ລະຫັດຜ່ານໂດຍທີ່ເຂົາຜູ້ນັ້ນບໍ່ຮູ້ເລີຍ.