Google ເປີດຄ໌ອດສອນກ່ຽວກັບການຄົນຫາໃນ Google ຄັ້ງທີ່ 2

ມາອີກແລ້ວສຳລັບຫ້ອງຮຽນ, ຫ້ອງສອນອອນລາຍຈາກ Google ເພິ່ນໄດ້ເປີດສອນຫ້ອງຮຽນອອນລາຍກ່ຽວກັບການໃຊ້ເຄື່ອງມືຄົ້ນຫາຂອງ Google ໃຫ້ເກີດປະໂຫຍດແກ່ເຮົາທີ່ສຸດ. ຫາກໃຜທີ່ຍັງຢາກຮູ້ລາຍລະອຽດເພີ່ມເຕີມສາມາດໄປເບິ່ງບົດເລື່ອງເກົ່າໄດ້ທີ່ ມາເປັນນັກຄົນຫາຂໍ້ມູນກັນເທາະ. Google ເປີດຄ໌ອດສອນກ່ຽວກັບການຄົນຫາໃນ Google.

ທ່ານສາມາດລົງທະບຽນໄດ້ທີ່ນີ້ ສ່ວນເລື່ອງການເລີ່ມສອນແມ່ນເລີ່ມແຕ່ວັນທີ 24/09/2012 ເຖິງ 05/10/2012 ຕັ້ງແຕ່ເວລາ 10:00 pm ຕາມເວລາບ້ານເຮົາ