Google Online Marketing Challenge ປີ 2017 ເປີດ​ໃຫ້​ລົງ​ທະ​ບຽນ​ແລ້ວ

Google Online Marketing Challenge ປີ 2017 ເປີດ​ໃຫ້​ລົງ​ທະ​ບຽນ​ແລ້ວ

ລະ​ດູ​ການ​ແຂ່ງ​ຂັນ​ຫາ​ເທບນັກ​ການ​ຕະຫຼາດ​ສຳ​ລັບ​ນັກ​ສຶກ​ສາ​ມາ​ຮອດ​ແລ້ວ Google Online Marketing Challenge ປະ​ຈຳ​ປີ 2017 ຈັດ​ໂດຍ Google, ເປັນ​ການ​ແຂ່ງ​ຂັນ​ທີ່​ເປີດ​ກວ້າງທົ່ວ​ໂລກ ແລະ ຍັງ​ຮອ​ງ​ຮັບ​ມະ​ຫາ​ວິ​ທະ​ຍາ​ໄລໃນປະ​ເທດ ລາວ ນຳ​ອີກ.

Google Online Marketing Challenge (GOMC) ເປັນ​ການ​ແຂ່ງ​ຂັນ​ກ່ຽວ​ກັບ​ການ​ເຮັດ​ການ​ຕະຫຼາດ​ແບບ​ດີ​ຈີ​ຕອນ (Digital) ທີ່​ເປີດ​ໂອ​ກາດ​ໃຫ້​ນັກ​ສຶກ​ສາ​ທີ່​ມີ​ຄວາ​ມ​ສົນ​ໃຈ ຫຼື ນັກ​ສຶກ​ສາ​ທີ່​ກຳ​ລັງ​ຮຽນ​ສາຍ​ການ​ຕະຫຼາດ​ ໄດ້​ສຳ​ຜັດ​ເຖິງ​ການ​ເຮັດ​ການ​ຕະຫຼາດ​ທີ່​ແທ້​ຈິງ. ການ​ແຂ່ງ​ຂັນ ດັ່ງ​ກ່າວ​ແມ່ນ​ຈະ​ໃຊ້​ເຄື່ອງ​ມື Google AdWords ໃນ​ການ​ເຮັດ​ການ​ຕະຫຼາດ ໂດຍ​ນັກ​ສຶກ​ສາ​ແຕ່​ລະ​ທີມຈະ​ໄດ້​ເງິນ​ທຶນ​ຈຳ​ນວນ 250 ໂດ​ລາ ໃນ​ບັນ​ຊີ Google AdWords ເພື່ອ​ໃຊ້​ໃນ​ການ​ດຳ​ເນີນ​ກຳ​ຈະ​ກຳ​ຂອງ​ຕົນ​ເອງເປັນ​ເວ​ລາ ສາມ​ອາ​ທິດ. ນັກ​ສຶກ​ສາ​ແຕ່​ລະ​ທີມ​ຈະ​ມີ​ສອງ​ທາງ​ເລືອກ​ໃນ​ການ​ເຮັດ​ການ​ຕະຫຼາດ ນັ້ນກໍ​ຄື ເຮັດ​ການ​ຕະຫຼາດ​ໃຫ້​ກັບ​ທຸ​ລະ​ກິດ​ໃດໜຶ່ງ ຫຼື ເຮັດ​ການ​ຕ​ະຫຼາດ​ໃຫ້​ກັບ​ອົງ​ກອນ​ທີ່ບໍ່​ສະ​ແຫວງ​ຫາ​ຜົນ​ກຳ​ໄລ. ທີມ​ໃດ​ທີ່​ພັດ​ທະ​ນາ​ຕົນ ແລະ ສື່​ສານ​(ການ​ຕະຫຼາດ​ດີ)ໄດ້​ດີ​ແມ່ນ​ຈະ​ໄດ້​ຮັບ​ລາງວັນ​ໄປ ລາງວັນ​ກໍ​ຈະ​ແບ່ງ​ເປັນ​ສອງ​ປະ​ເພດ​ໃຫຍ່​ຄື ລະ​ດັບ​ໂລກ ແລະ ລະ​ດັບ​ພາກ​ພື້ນ ລາຍ​ລະ​ອຽດ​ສາ​ມາດ​ເຂົ້າ​ເບິ່ງ​ໄດ້​ທີ່ GOMC|Prizes.

GOMC ເປີດ​ໃຫ້ທີມນັກ​ສຶກ​ສາຈຳ​ນວນ ສາມ​ຫາ​ຫົກ ຄົນ​ຕໍ່​ທີມ​ທີ່​ກຳ​ລັງ​ສຶກ​ສາຢູ່ມ​ະ​ຫາ​ວິ​ທະ​ຍາ​ໄລ ແລະ ​ບໍ່​ຈຳ​ກັດ​ສາ​ຂາ​ວິ​ຊາ​ຮຽນ. ນັກ​ສຶກ​ສາ​ທີ່​ຈະ​ສະ​ໝັກ​ຕ້ອງ​ໄດ້​ຖືກ​ຮັບ​ຮອງ​ຈາກ​ອາ​ຈານ​ທີ່​ໄດ້​ຖືກ​ຮັບ​ຮອງແລ້ວ​ເທົ່າ​ນັ້ນ(ອ່ານ​ແລ້ວງ​ົງ). ສະຫຼຸບ​ກໍ​ຄື ຖ້າ​ນັກ​ສຶກ​ສາ​ໃດ​ສົນ​ໃຈ​ແມ່ນຈະ​ຕ້ອງບອກ​ອາ​ຈານ​ທີ່​ປຶກ​ສາ​ຂອງ​ຕົນ​ສະ​ໝັກ​ກ່ອນ ແລະ ຕ້ອງ​ໄດ້​ຖືກ​ຮັບ​ຮອງ​ຈາກ​ທາງ​ກຳ​ມະ​ການ​ແຂ່ງ​ຂັນກ່ອນ ນັກ​ສຶກ​ສາ​ຈຶ່ງ​ສາ​ມາດ​ສະ​ໝ​ັກ​ໄດ້​. ທີ່​ສຳ​ຄັນ​ອາ​ຈານ​ຕ້ອງ​ໃຊ້​ອີ​ເມວ​ຂອງ​ມະ​ຫາ​ໄລ ຫຼື ສ​ະ​ຖາ​ບັນ​ທີ່​ອາ​ຈານ​ກຳ​ລັງ​ສອນ​ຢູ່ ຕົວ​ຢ່າງ​: example@nuol.edu.la

GOMC ເປີດ​ໃຫ້​ລົງ​ທະ​ບຽນ​ຕັ້ງ​ແຕ່​ເດືອນ ຕຸ​ລາ ປີ​ຜ່ານ​ມາ ເຊິ່ງ​ເຈົ້າ​ຂອງ​ບ໋ອກລືມ​ຂຽນ​ເລີຍ​ຕ້ອງ​ຂໍ​ໂທດຫຼາຍໆ​ທີ່ບອກ​ຊ້າ​ຕັ້ງ​ວ່າສອງ​ເດືອນ. ສະຫຼຸບ ເປີດ​ໃຫ້​ອາ​ຈານ ແລະ ນັກ​ສຶກ​ສາ​ລົງ​ທະບຽ​ແລ້ວ ລາຍ​ລະ​ອຽດ​ມີ​ດັ່ງ​ນີ້:

  • ສະ​ໝັກ​ເປັນ​ອາ​ຈານ​ທີ່​ປຶກ​ສາ 05/10/2016 – 22/03/2017
  • ນັກ​ສຶກ​ສາ​ສະ​ໝັກ 05/10/2017 – 05/04/2017

ລົງ​ທະບຽນ​ສຳ​ລັບ​ອາ​ຈານ​ທີ່​ປຶກ​ສາ ແລະ ນັກ​ສຶກ​ສາ​ໄດ້​ທີ່ນີ້ Google Online Marketing Challenge Registration

ປ​ລ. ສຳ​ລັບ​ໃຜ​ທີ່​ຢາກ​ຮູ້​ຂໍ້​ມູນ​ເພີ່ມ​ຕື່ມ​ ເຈົ້າ​ຂອງ​ບ໋ອກ​ກໍ​ໄດ້​ຂຽນ​ລາຍ​ລະ​ອຽດ​ແນ​ະ​ນຳ ແລະ ເຕັກ​ນິກ​ໄວ້​ສາ​ມາດ​ຄົ້ນ​ຫາ​ເບິ່ງ​ຈາກ​ບົດ​ຄວາມ​ເກົ່າໆ​ໄດ້ ຫຼື ກົດ​ເຂົ້າ​ໄປ​ຄົ້ນ​ຫາ​ຕາມ​ໝວດ​ໝູ່​ທີ່​ແທັກ​ຢູ່​ບົດ​ຄວາມນີ້ໄດ້​ເລີຍ

 

ຂອບ​ໃຈ​ຂໍ້​ມູນ​ຈາກ Google Online Marketing Challenge