ເປີດ​ຮັບ​ສະ​ໝັກ​ແລ້ວການ​ແຂ່ງ​ຂັນ Google Online Marketing Challenge 2016

ການແຂ່ງຂັນການຕະຫຼາດອອນລາຍ Google ຫຼື Google Online Marketing Challenge ເປັນການແຂ່ງຂັນທີ່ເປີດໂອກາດໃຫ້ນັກສຶກສາໄດ້ສຳຜັດປະສົບການທີ່ແປກໃໝ່ ແລະ ການສ້າງແຄມເປນການຕະຫຼາດອອນລາຍໂດຍໃຊ້ຜະລິດຕະພັນຂອງ Google ເຊັ່ນ: Google AdWords ແລະ Google+.

ນັກສຶກສາຈະຕ້ອງໄດ້ສ້າງແຄມເປນໂຄສະນາອອນລາຍໃຫ້ກັບທຸລະກິດ ຫຼື ອົງກອນທີ່ບໍ່ສະແຫວງຫາຜົນກຳໄລເປັນເວລາ 3 ອາທິດດ້ວຍເງິນ $250 ທີ່ໄດ້ຈາກ Google ເອງ. ສຳລັບທີມໃດທີ່ມີການພັດທະນາ ແລະ ມີການສື່ສານທີ່ດີຈົນເຮັດໃຫ້ແຄມເປນທີ່ຕົນເຮັດຢູ່ນັ້ນໄດ້ຜົນຕອບຮັບດີທີ່ສຸດກໍຈະເປັນຜູ້ຊະນະ ເຊິ່ງລາງວັນສຸດພິເສດ ແລະ ກໍຈະໄດ້ໄປຢ້ຽມຢາມສຳນັກງານຂອງ Google ນຳອີກ. ການແຂ່ງຂັນນີ້ເປີດສະໝັກເປັນທີມ ເຊິ່ງທີມໜຶ່ງສາມາດມີສະມາຊິກໃນກຸ່ມໄດ້ຕັ້ງແຕ່ 3 ຄົນ ຫາ 6 ຄົນ, ນັກສຶກສາຈະຕ້ອງກຳລັງສຶກສາຢູ່ ແລະ ບໍ່ຈຳກັດສາຂາວິຊາ.

ສຳລັບໃຜສົນໃຈສາມາດເຂົ້າໄປເບິ່ງລາຍລະອຽດ ແລະ ລົງທະບຽນໄດ້ທີ່ GOMC

ສຳລັບໃຜທີ່ສົນໃຈສາມາດອ່ານຂໍ້ມູນເພີ່ມຕື່ມຈາກບົດຄວາມເກົ່າໄດ້ ທຳຄວາມຮູ້ຈັກກັບການແຂ່ງຂັນ Google Online Marketing Challengeຂັ້ນຕອນຕ່າງໆໃນການແຂ່ງຂັນ Google Online Marketing Challenge