Googleເປີດສຳນັກງານ ແຫ່ງໃໝ່ທີ່ປະເທດຟີລິບປິນ

Google ເປີດສຳນັກງານແຫ່ງໃໝ່ທີ່ມານິລາເມືອງຫຼວງຂອງປະເທດຟີລິບປິນ, ສຳນັກງານແຫ່ງທີ່ 5 ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ຖັດຈາກ ປະເທດສິງກະໂປ(ເປັນສຳນັກງານໃຫຍ່ຂອງເຂດນີ້), ປະເທດອິນໂດເນເຊຍ, ມາເລເຊຍ ແລະ ປະເທດເພື່ອນບ້ານເຮົາປະເທດໄທ. Googleຫວັງວ່າ ການທີ່ມາຕັ້ງສຳນັກໃໝ່ທີ່ປະເທດຟີລິບປິນນີ້ຈະຊ່ວຍໃນການກະຕຸ້ນການຮ່ວມລົງທຶນກັບຜູ້ໃຊ້, ຫຸ້ນສວ່ນ ແລະ ນັກໂຄສະນະໃນປະເທດ. ປັດຈຸ ບັນມີຜູ້ນຳໃຊ້ອິນເຕີເນັດປະມານ 33 ລ້ານຄົນ ແລະ ຍັງຄົງເພີ່ມຂຶ້ນເລື້ອຍໆ, Julian Persaud(Managing Director of Google in Southeast Asia) ບອກວ່າ:”ຕາມຜົນການຄົນຄ້ວາຄາດວ່າໃນປີ 2016 ຈະມີຜູ້ນຳໃຊ້ອິນເຕີເນັດຫຼາຍກ່ວາສະຖິ ຕິປັດຈຸບັນເຖິງ 2 ເທົ່າ”.

ຂອບໃຈທີ່ມາ Thenextweb