Google ເປີດໂຕ Nexus 5 ແບບງຽບໆ

image

ເລື່ອງນີ້ເກີດຂຶ້ນໄດ້ເປັນເດືອນແລ້ວແຕ່ຫາກໍ່ຂຽນທີ່ຈິງແລ້ວຫາກໍຫວ່າງກະເລີຍມາຂຽນ ແລະ ມັນເປັນຂ່າວທີ່ຄົນ ໃຫ້ຄວາມສົນໃຈຢູ່. Google ເພິ່ນໄດ້ເປີດໂຕຜະລິດຕະພັນໃໝ່ແບບງຽບໂດຍບໍ່ມີການຈັດງານຫຍັງກັນເລີຍ ແບບວ່າມື້ນີ້ບໍ່ມີຫຍັງເກີດຂຶ້ນແຕ່ມື້ອື່ນມາເບິ່ງຂ່າວລະເງີບກັນໄປຕາມໆກັນເມື່ອ Google ເພິ່ນໄດ້ປະກາດເປີດໂຕ Nexus 5 ໂທລະສັບມືຖືທີ່ອອກແບບໂດຍ Google ແລະ ຜະລິດໂດຍ LG ເຊິ່ງວ່າເປັນການຮ່ວມມືກັນເປັນຄັ້ງທີ 2 ແລ້ວນັບຕັ້ງແຕ່ຄັ້ງທຳອິດທີ່ສອງບໍລິສັດນີ້ຮ່ວມກັນເຮັດປີກາຍນີ້ແມ່ນ Nexus 4.
image

Nexus 5 ເປັນໂທລະສັບທີ່ໃຊ້ລະບົບແອນດ໋ອຍ (Android) ແບບບໍ່ມີການແຕະຕ້ອງຫຍັງເລີຍ ຫຼື ເອີ້ນອີກຢ່າງໜຶ່ງວ່າ Pure Android ດ້ວຍສິ່ງທີ່ມັນເປັນ Pure Android ນິລະຈຶ່ງເຮັດໃຫ້ໂທລະສັບ ລຸ້ນນີ້ເປັນລຸ້ນທີ່ນັກພັດທະນາທັງຫຼາຍຢາກໄດ້ມາຄອບຄອງເພື່ອມາທົດລອງແອ໋ບຂອງຕົນ ຫຼື ປັບແຕ່ງລະບົບຕມຄວາມຕ້ອງການຈົນໄດ້ຊື່ວ່າ: ເປັນໂທລະສັບສຳລັບນັກພັດທະນາ (Phone for Geek).

image

ສະເປັກຂອງ Nexus 5 ມີດັ່ງນີ້:

  • ໜ້າຈໍ IPS ຂະໜາດ 4.95 ນິ້ວ ຄວາມລະອຽດ Full HD 1920×1080 ພິກເຊວທີ່ 445 ppi, ກະຈົກ Corning® Gorilla® Glass 3
  • ກ້ອງຫຼັ້ງ 8 ລ້ານພິກເຊວ ແລະ ກ້ອງໜ້າ 1.3 ລ້ານພິກເຊວ
  • ແບັດເຕີຣີຄວາມຈຸ 2300 mAh
  • ໃຊ້ CPU Qualcomm Snapdragon™ 800, 2.26GHz processor
  • GPU Adreno 330, 450MHz
  • ຮອງຮັບ 2G/3G/4G (ລຸ້ນ D820:ສະເພາະໃນອາເມລິກາເໜືອ ແລະ D821:ວາງຂາຍທົ່ວໂລກ)
  • Dual-band Wi-Fi (2.4G/5G) 802.11 a/b/g/n/ac
  • NFC (Android Beam)
  • Bluetooth 4.0
  • ຮອງຮັບສາກໄຮ້ສາຍ
  • ມີສີຂາວ ແລະ ສີດຳ

ສ່ວນລາຄາຂອງ Nexus 5 ລຸ້ນ 16GB ແລະ 32GB ແມ່ນ $349 ແລະ $399 ຕາມລຳດັບ, ວາງຂາຍສະເພາະແຕ່ໃນ Play Store ໃນປະເທດທີຮອງຮັບຄື: ອາເມລິກາ, ແຄນນະດາ, ຟລັ່ງ, ຍີ່ປຸ່ນ, ເກົາຫຼີໃຕ້, ອອດສເຕເລຍ, ອີຕາລີ ແລະ ເຍຍລະມັນ.
image

image

image

ຂອບໃຈຂໍ້ມູນຈາກ Google