Google Street View ມາ​ຮອດ​ລາວ​ແລ້ວ

Google Street View in Laos 2

ຂອບ​ໃຈ​ຮູບ​ຈາກ ທ່ານ jimmy jkm thammavong

ໃນ​ຕອນ​ເຊົ້າ ຂອງວັນ​ທີ 23/07/2014 ທີ່ ໂຮງ​ແຮມ ດອນ​ຈັນ​ພາ​ເລ​ສ ໄດ້​ມີ​ງານ​ເປີດ​ໂຕ Google Street View ໃນ​ປະ​ເທດ​ລາວ​ຂຶ້ນ.

Street View ແມ່ນ​ອີກ​ໜຶ່ງ​ເຄື່ອງ​ມືການ​ໃຊ້​ງານ​ໃນ Google Maps ເປັນ​ເຄື່ອງ​ມື​ທີ່​ຊ່ວຍ​ໃຫ້​ຜູ້​ໃຊ້​ສາ​ມາດ​ເຂົ້າ​ໄປ​ຢູ່​ໃນ​ສະ​ຖານ​ທີ່​ທີ​ຜູ້​ໃຊ້​ນັ້ນ​ຢ​າກ​ເບິ່ງ​ໄດ້​ໂດຍ​ມັນ​ຈະ​ສະ​ແດງ​ພາບ​ແບບ 360 ອົງ​ສາ, ມັນ​ເຮັດ​ໃຫ້​ເຮົາ​ຮູ້​ສຶກວ່າ​ເຮົາ​ກຳ​ລັງ​ຢ່າງ​ຢູ່​ໃນ​ເຂດໆ​ນັ້ນ​ເລີຍ​ລະ. Street View ເປັນ​ເທັກ​ໂນ​ໂລ​ຢີ​ໃໝ່​ທີ່​ຈະ​ເຮັດ​ໃຫ້​ປະ​ສົ​ບ​ການ​ເກົ່າໆ​ໃນ​ການ​ເບິ່ງ​ແຜນ​ທີ່​ຂອງ​ທ່ານ​ປ່ຽນ​ໄປ ວິ​ທີ​ການ​ເຮັດ​ວຽກ​ຂອງ​ມັນ​ກະ​ຄື​ວ່າ​ຈະ​ມີ​ລົດ​ທີ່​ຕິດ​ຕັ້ງ​ເຄື່ອງ​ມື​ພິ​ເສດ​ໃນ​ການ​ຖ່າຍ​ຮູບ​ແບບ 360 ອົງ​ສາ ແລ້ວຫຼັງ​ຈາກນັ້ນ​ກໍ​ຈະ​ນຳ​ພາບ​ທີ່​ໄດ້​ມານັ້ນ​ມາ​ຕັດ​ຕໍ່​ກັນ​ເປັນ​ຮູບ​ດຽວ. ຫາກ​ທ່ານ​ຄິດ​ພາບບໍ່​ອອກ​ໃຫ້​ເບິ່ງ​ຕາມ​ຮູບ​ຂ້າງ​ລຸ່ມ​ໄດ້​ເລີຍ.

ທ່ານ ພູ​ໂຂງ ຈິດ​ຮູບ​ໂລກ ຫົວ​ໜ້າ​ ກົມ​ແຜນ​ການ ແລະ ການ​ຮ່ວມ​ມື ກະ​ຊວງ​ໄປ​ຊະ​ນີ ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ການ​ສື່​ສານ ກ່າວ​ວ່າ: “ພວກ​ເຮົາ​ມີ​ຄວາມ​ພູມ​ໃຈຫຼາຍ​ທີ່​ມີ​ການ​ນຳ​ເອົາ​ແຜນ​ທີ່ Google ແລະ Street View ເຂົ້າ​ມາ​ລາວ ເພາະ​ວ່າ​ຈະ​ຊ່ວຍ​ໃຫ້​ຜູ້​ຄົນ​ສາ​ມາດ​ຄົ້ນ​ພົບ​ປະ​ເທດ​ລາວ ແລະ ວາງ​ແຜນ​ການ​ເດີນ​ທາງ​ເຂົ້າ​ມາ​ຢ້ຽມ​ຢາມປະ​ເທດ​ເຮົາຫຼາຍ​ຂຶ້ນ. ໃນ​ຂະ​ນະ​ດຽວ​ກັນ​ກໍ​ຈະ​ຊ່ວຍ​ໃຫ້​ຄົນ​ລາວ​ສາ​ມາດ​ສຳຫຼວດ​ເບິ່ງ​ແຜນ​ທີ່​ຕ່າງໆ​ຂອງ​ປະ​ເທດ​ແບບ​ອອນ​ລາຍ​ໄດ້​ອີກ. ນອກນັ້ນ, Google ຈະ​ເຮັດ​ທຸກວິ​ທີ​ທາງ​ໃນ​ການ​ປ້ອງ​ກັນ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ບຸກ​ຄົນ​ໃນ​ແຜນ​ທີ່​ຂອງ Google ກັບ Street View ເຊິ່ງ​ເຮັດ​ໃຫ້​ຜູ້​ໃຊ້​ທຸກ​ຄົນ​ໄດ້​ຮັບ​ປະ​ໂຫຍດ​ຈະ​ຄຸນ​ສົມ​ບັດ​ນີ້”.

ທ່ານ​ຍັງ​ກ່າວ​ອີກຕື່ມວ່າ: “Google ໄດ້​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ທີ່​ມີ​ຄວາມ​ຊ່ຽວ​ຊານ ແລະ ໄດ້​ຜົນ​ສູງ​ສຸດ​ໃນ​ການ​ປົກ​ປິດ​ພາບ​ໃບ​ໜ້າ ແລະ ປ້າຍ​ທະ​ບຽນ​ລົດ​ເພື່ອ​ເຮັດ​ໃຫ້​ຜູ້​ເຂົ້າ​ໃຊ້​ນັ້ນ​ຈົດ​ຈຳ​ໄດ້ ແລະ ຍັງ​ປົກ​ປິດ​ທຸກ​ຢ່າງ​ທີ່​ອາດ​ມີ​ຜົນ​ກະ​ທົບ​ຕໍ່​ຮູບ​ຂອງ​ບຸກ​ຄົນ​ທີ່​ຢູ່​ໃນ Street View ນຳ​ອີກ”.

Google Street View in Laos 1

ຂອບ​ໃຈ​ຮູບ​ຈາກ ທ່ານ jimmy jkm thammavong

ຂະ​ນະ​ທີ່​ ທ່ານ ດີ​ວອນ ແລນ ຜູ້​ຈັດ​ການ​ຝ່າຍ​ຜະ​ລິດ​ຕະ​ພັນ​ຂອງ Google ໃຫ້​ຮູ້​ວ່າ: “Street View ເປັນ​ຄຸນ​ສົມ​ບັດ​ໜຶ່ງ​ທີ່​ໄດ້​ຮັບ​ຄວາມນິ​ຍົມສູງ​ຂອງ​ແຜນ​ທີ່ Google ເຊິ່ງ​ປັດ​ຈຸ​ບັນ​ແມ່ນ​ມີ​ຢູ່​ໃນ 56 ປະ​ເທດ​ທົ່ວ​ໂລກ​ທີ່​ຊ່ວຍ​ໃຫ້​ຜູ້​ຄົນ​ສາ​ມາດ​ສຳຫຼວດ​ພື້ນ​ທີ່​ອ້ອມ​ຮອບ ແລະ ການ​ນຳ​ທາງ​ຜ່ານ​ລະ​ບົບ Panorama ຂອງ​ຮູບ​ພາບ Street View. ໃນ​ນັ້ນ​ຜູ້​ໃຊ້​ສາ​ມາດ​ຊູມ​ເບິ່ງ​ຮູບ​ພາບ​ຂອງ​ສະ​ຖານ​ທີ່​ໃນ Google ໂດຍ​ການ​ດຶງ​ພາບ​ໄອ​ຄອນ​ຄົນ​ສີ​ສົ້ມ​ຈາກ​ທາງ​ລຸ່ມ​ເບື້ອງ​ຂວາ​ມື​ໄປ​ໃສ່​ຖະ​ໜົນ​ບ່ອນ​ທີ່​ມີ​ສີ​ຟ້າ​ໄວ້”.

ທ່ານ ດີ​ວອນ ແລນ ຍັງ​ໄດ້​ໃຫ້​ສຳ​ພາດ​ຕື່ມ​ອີກວ່າ: “Google ຈະ​ເລີ່ມ​ຖ່າຍ​ພາບໃນ​ໄວໆ​ນີ້​ດ້ວຍ​ລົດ​ຖ່າຍ​ພາບ​ທີ່​ມີ​ອຸ​ປະ​ກອນ​ສະ​ເພາະ​ຂອງ Google ຕິດ​ຕັ້ງ​ໃນ​ລົດ​ເຊິ່ງ​ຈ​ະ​ເລີ່ມ​ຖ່າຍ​ຢູ່​ໃນ​ນະ​ຄອນຫຼວງວຽງ​ຈັນກ່ອນ ແລະ ໂອ​ກາດ​ຕໍ່​ໄປ​ກໍ​ຈະ​ຖ່າຍ​ທຳ​ຢູ່​ຕ່າງ​ແຂວງ​ຕື່ມ​ອີກ. ໃນ​ນີ້, ຈະ​ຖ່າຍ​ພາບ​ແຕ່​ຕອນ​ກາງ​ເວັນ, ສ່ວນ​ຕອນ​ກາງ​ຄືນ ແລະ ຕອນນີ້ນັ້ນ​ເປັນ​ຊ່ວງ​ໜ້າ​ຝົນ​ຫາກ​ຖ່າຍ​ແລ້ວ​ພາບ​ອອກ​ມານັ້ນ​ຈະ​ບໍ່​ຊັດ​ເຈນ ເຊິ່ງ​ກິດ​ຈະ​ກຳ​ດັ່ງ​ກ່າວ​ແມ່ນ​ເປັນ​ການ​ລົງ​ທຶນ​ໄລ​ຍະ​ຍາວ​ໂດຍ​ມີ​ຈຸດ​ປະ​ສົງ​ໃນ​ການ​ຈັບ​ຮູບ​ພາບ​ປະ​ເທດ​ລາວ​ໃນ 2-3 ປີ​ຂ້າງ​ໜ້າ”.

ທ່ານ​ໄດ້​ກ່າວ​ຕື່ມ​ອີກວ່າ: “ການ​ຖ່າຍ​ພາບ​ຈະ​ໃຊ້​ເວ​ລາ​ດົນ​ພໍ​ສົມ​ຄວນ​ເນື່ອງ​ຈາກວ່າ​ຕ້ອງ​ອີງ​ໃສ່​ສະ​ພາບ​ແວດ​ລ້ອມ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ຮູບ​ທີ່​ໄດ້​ອອກ​ມານັ້ນ​ຊັດ​ເຈນ, ບາງ​ຄັ້ງ​ອາດ​ໃຊ້​ເວ​ລາ​ປະ​ມານ 2-3 ເດືອນ​ຈຶ່ງ​ຈະ​ສຳ​ເລັດ ແຕ່​ຖ້າ​ຫາກ​ຖ່າຍ​ພາບ​ສະ​ຖານ​ທີ່​ທີ​ມີ​ຄວາມ​ຫຍຸ້ງ​ຍາກ​ກໍ່​ຈະ​ໃຊ້​ເວ​ລາ​ດົນ​ສົມ​ຄວນ ແລະ ຈະ​ມີ​ການ​ອັບ​ເດດ​ຮູບ​ພາບ​ຕະຫຼອດ​ເພື່ອ​ໃຫ້​ຜູ້​ໃຊ້​ເຫັນ​ພາບ​ສະ​ຖານ​ທີ່​ຕ່າງໆ”.

ຂອບ​ໃຈ​ຂໍ້​ມູນ​ຈາກ ໜັງ​ສື​ພິມ ເສດ​ຖະ​ກິດ  ການ​ຄ້າ ສະ​ບັບ​ທີ 387 ຂອງ ວັນ​ທີ 24 ກໍ​ລະ​ກົດ 2014