ຟ​ຣີ​ລາຍ​ເຊັນ​ Kaspersky Internet Security 2014 ສຳ​ລັບ Android

ມື້ນີ້​ມີ​ຂ່າວ​ດີ​ຈະ​ມາ​ບອກ​ໃຫ້​ກັບ​ສາ​ວົກ​ Android ທີ່​ຕ້ອງ​ການ​ແອ໋ນ​ຕີ້​ໄວ​ຣັດ​ປ້ອງ​ກັນ​ໂທ​ລະ​ສັບ​ມື​ຖື​ຂອງ​ທ່ານ​ຢູ່​ໃນ​ຕອນນີ້ ແລະ ບໍ່​ຢາກ​ເສບ​ເງິນ​ຊື້​ລາຍ​ເຊັນ ຫຼື ໃຊ້​ຂອງ​ຟ​ຣີ​ຢູ່​ແຕ່​ວ່າ​ກະ​ຍັງ​ບໍ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ເຮົາ​ເທື່ອ​ໃນ​ດ້ານ​ຄຸນ​ສົມ​ບັດ​ການ​ໃຊ້​ງານ. ສະ​ນັ້ນ​, ເຮົາ​ຈະ​ມາ​ແນະ​ນຳ​ແອ໋ບ Kaspersky Internet Security ສຳ​ລັບລະ​ບົບ​ປະ​ຕິ​ບັດ​ການ Android ຟັງ​ແຕ່​ຊື່​ແລ້ວ​ໃຜໆ​ກະ​ຮູ້​ຈັກ​ດີ​ເນາະ​ບໍ​ລິ​ສັດ​ນີ້.

ທາງ Kaspersky ຫວຽດ​ນາມ​ເພິ່ນ​ໄດ້​ແຈກ​ລາຍ​ເຊັນ​ແອ໋ບ Kaspersky Internet Security 2014 ​ສຳ​ລັບ Android ໃຫ້​ສະ​ມາ​ຊິກ​ເພິ່ນໃຊ້​ກັນ​ແບບ​ຟ​ຣີໆ​ໄປ​ເລີຍ 1 ປີ. ຖ້າ​ໃຜ​ຢາກ​ໄດ້​ມາ​ເບິ່ງວິ​ທີ​ກັນ​ເລີຍ…ຂໍ​ຢ້ຳ​ວ່າ​ໃຫ້​ເຮັດ​ຕາມ​ຂັ້ນ​ຕອນ​ທີ່​ເຮົາ​ບອກ​ຢ່າງ​ເຄັ່ງ​ຄັດ​ເພາະ​ວ່າ​ມັນ​ເປັນ​ພາ​ສາ​ຫວຽດ​ນາມ ອາດ​ຈະ​ເຮັດ​ໃຫ້​ງົງຫຼາ​ພໍ​ສົມ​ຄວນ ແນະ​ນ​ນຳ​ໃຫ້​ໃຊ້ເຄື່ອງ​ມື​ແປ​ພາ​ສາ Google ຊ່ວຍ​ຫາກ​ໃຜ​ຍັງ​ບໍ່​ເຂົ້າ​ໃຈ.

1. ເຂົ້າ​ໄປ​ໜ້າ​ເວັບ​ໄຊ​ແຈກ​ລາຍ​ເຊັນ Kaspersky

free-license​-kaspersky-internet-security-2014-for-android-1

2. ລົງ​ທະ​ບຽນ​ເຂົ້າ​ເປັນ​ສະ​ມາ​ຊິກ​ໂດຍ​ມີ​ໃຫ້​ເລືອກ​ເອົາ​ລະ​ຫວ່າງ ສະ​ໝັກ​ຜ່ານ​ທາງ Facebook ຫຼື ບັ​ນ​ຊີGoogle

free-license​-kaspersky-internet-security-2014-for-android-2

3. ສ້າງ​ບັນ​ຊີ

free-license​-kaspersky-internet-security-2014-for-android-3

4. ເຂົາ​ໄປ​ເອົາ​ລະ​ຫັດ​ບັນ​ຊີ​ຜູ່ໃຊ້

free-license​-kaspersky-internet-security-2014-for-android-4

free-license​-kaspersky-internet-security-2014-for-android-5

5. ນຳ​ລະ​ຫັດ​ຜູ່​ໃຊ້​ປ້ອນ​ເຂົ້າ

free-license​-kaspersky-internet-security-2014-for-android-6

6. ຫຼັງ​ຈາກ​ສຳ​ເລັດ​ແລ້ວ ເຮົາ​ຈະ​ເຂົ້າ​ມາ​ໜ້ານີ້. ໃຫ້ລໍ​ຖ້າ​ຮັບ​ເອົາ​ລາຍ​ເຊັນ​​ຜ່ານ​ອີ​ເມວ​ລ​ຂອງ​ທ່ານພາຍ​ໃນ 24 ຊົ່ວ​ໂມງ

free-license​-kaspersky-internet-security-2014-for-android-7