ຟີຣລາຍ​ເຊັນ BitDefender Mobile Security ສຳ​ລັບ Android 6 ເດືອ​ນ

BitDefender Mobile Security & Antivirus ເປັນ​ແອ໋ບ​ທີ່​ມີ​ຢູ່​ໃນ​ລະ​ບົບ​ປະ​ຕິ​ບັດ​ການ​ແອນ​ດ໋ອຍ(Android) ມີ​ໜ້າ​ທີ່​ປົກ​ປ້ອງ​ມື​ຖື​ຂອງ​ທ່ານຈາກ​ໄວ​ຣັດ​ສ. ນອກ​ຈາກ​ຈະ​ມີ​ຄວາມ​ສາ​ມາດ​ໃນ​ການກວດ​ຫາ ແລະ ປົກ​ປ້ອງ​ມື​ຖື​ຂອງ​ທ່ານ​ຈາກ​ໄວ​ຣັດ​ແລ້ວ​ມັນ​ຍັງ​ມີ​ຄວາມ​ສາ​ມາດ​ອື່ນໆ​ທີ່​ໜ້າ​ສົນ​ໃຈ​ເຊັ່ນ: ມີ​ລະ​ບົບ​ການກວດ​ກາ​ໄພ​ອັນ​ຕະ​ລາຍ​(Web Security)ເວ​ລາ​ເຮົາ​ເຂົ້າ​ໃຊ້​ງານ​ອິນ​ເຕີ​ເນັດ​ຜ່ານ Web Browser ໃນ​ມື​ຖື​ຂອງ​ເຮົາ, ມີ​ລະ​ບົບ Anti-Thief ປ້ອງ​ກັນ​ເຄື່ອງ​ເສຍ​ຈາກ​ຄົນ​ຂີ້​ລັກ​ເຊັ່​ນ:ລຶບ​ຂໍ້​ມູນ​ຂອງ​ເຮົາ, ລ໋ອກ​ໂທ​ລະ​ສັບ, ແຈ້ງ​ທີ່​ຕັ້ງ​ຂອງ​ໂທ​ລະ​ສັບ​ໜ່ວຍ​ດັ່ງ​ກ່າວ​ເປັນ​ຕົ້ນ ແລະ ຍັງ​ມີ​ລະ​ບົບ​ການ​ລ໋ອກ​ແອ໋ບ(App Locked) ເປັນ​ລະ​ບົບ​ທີ່​ລ໋ອກ​ແອ໋ບ​ໄວ້​ໂດຍ​ໃສ່​ລະ​ຫັດ​ຜ່ານ​ໄວ້ ເຊິ່ງວ່າ​ມີ​ແຕ່​ເຈົ້າ​ຂອງ​ໂທ​ລະ​ສັ​ບ ຫຼື ຄົນ​ທີ່​ຮູ້​ເທົ່າ​ນັ້ນ​ທີ່​ສາ​ມາດ​ເຂົ້າ​ໄປ​ໃຊ້​ງານ​ແອ໋ບ​ໂຕນັ້ນ​ໄດ້ ລະ​ບົບ​ນີ້​ເໝາະ​ສຳ​ລັບ​ຄົນ​ທີ່​ມີ​ຄວາມ​ລັບ​ເນາະ ເອົາ​ໄວ້​ລ໋ອກ​ແອ໋ບບໍ່​ໃຫ້​ແຟນ​ເຂົ້າ​ໄປ​ໃຊ້​ງານ ຫະ​ຫະ.

ຫາກ​ໃຜ​ຢາກ​ລອງ​ໄປ​ສຳ​ຜັດ​ຫ​ກະ​ສາ​ມາດ​ເຂົ້າ​ໄປ​ໃຊ້ໄກ້​ແຕ່​ວ່າ​ແອ໋ບ​ດັ່ງ​ກ່າວນັ້ນ​ຈະ​ໃຊ້​ໄດ້​ພຽງ​ແຕ່ເວ​ລາ​ຈຳ​ກັດ, ຫາກ​ຢາກ​ໃຊ້​ຕໍ່​ແມ່ນ​ຈະ​ຕ້ອງ​ໄດ້​ຈ່າຍ​ເງິນ​ຊື້​ລາຍ​ເຊັນ. ແຕ່​ວ່າ​ມີ​ຂ່າວ​ດີ​ຄື​ວ່າ​ທາງ BitDefender ເພິ່ນ​ໄດ້​ແຈກ​ລາຍ​ເຊັນ​ແອ໋ບ​ນີ້​ໃຫ້​ໄປ​ໃຊ້​ກັນ​ເປັນ​ເວ​ລາ 6 ເດື​ອນ.

ທ່ານ​ສາ​ມາດ​ເຂົ້າ​ໄປ​ເອົາ​ລາຍ​ເຊັນ​ໄດ້​ທີ່​ໜ້ານີ້ http://goo.gl/oZSjxr ຫຼັງ​ຈາກນັ້ນ​ໃຫ້​ກ໋ອບ​ຂໍ້​ມູນ: ຊ່ອງ​ທຳ​ອິດ​ແມ່ນ​ຊື່​ຂອງ​ເຮົາ, ອີ​ເມວ ແລະ ລະ​ຫັດ​ພາບ​ຕາມ​ລຳ​ດັບ. ລໍ​ຖ້າ​ເມວ​ຕອບ​ກັບ​ມາ​ພ້ອມ​ກັບ​ລາຍ​ເຊັນ. ລາຍ​ເຊັນ​ທີ່​ໄດ້​ມານັ້ນ​ແມ່ນ​ຖ້າ​ຫາກ​ເຮົາ​ບໍ່​ໄດ້​ໃຊ້​ເປັນ​ເວ​ລາ 7 ວັນ​ແມ່ນ​ຈະ​ໃຊ້​ບໍ່​ໄດ້. ໃນ​ໜ້າ​ເວັບ​ໄຊ​ນັ້ນ​ເຖິງວ່າ​ເວ​ລາ​ຈະ​ເປັນ 0 ແຕ່​ວ່າ​ຍັງ​ສາ​ມາດ​ເອົາ​ລາຍ​ເຊັນ​ໄດ້​ຢູ່.

ສາ​ມາດ​ເຂົ້າ​ໄປ​ດາວ​ໂຫຼດ​ແອ໋​ບ BitDefender Mobile Security & Antivirus ໄດ້​ທີ່ Play Store

free-license-bitdefender-mobile-security-for-android-6-months-1

 

free-license-bitdefender-mobile-security-for-android-6-months