ລອງ​ຈັບ Converse Chuck Taylor II All Star ພ້ອມ​ກັບ​ຈຸດ​ແຕກ​ຕ່າງ​ຈາກ Converse ລຸ​

ລອງ​ຈັບ Converse Chuck Taylor II All Star ພ້ອມ​ກັບ​ຈຸດ​ແຕກ​ຕ່າງ​ຈາກ Converse ລຸ​

ບັງ​ເອີນ​ໄດ້​ຂອງ​ຕ້ອນ​ແບບບໍ່​ຄາດ​ຄິດ​ຈາກຄົນ​ຮູ້​ຈັກ ເຊິ່ງເປັນ​ເກີບ Converse Chuck Taylor II (2) All Star. ຕອນ​ເອົາ​ໃຫ້​ທຳ​ອິດ​ກະ​ຄິດ​ວ່າ Converse ລຸ້​ນ​ທຳ​ມະ​ດາ ແຕ່​ພໍ​ຈັບ​ເບິ່ງ​ແຍ່ງ​ໄປ​ແຍ່ງ​ມາ ຊ້ຳ​ພັດ​ວ່າເປັນ​ລຸ້ນທີ່ 2 ທີ່​ໄດ້​ພັດ​ທະ​ນາ​ມາ​ຈາກເກີບ Converse ລຸ​້ນ​ດັ້ງ​ເດີມ​ທີ່​ເຮົາ​ໃສ່​ກັນ ກະ​ເລີຍ​ເຫັນ​ວ່າ​ມັນ​ໜ້າ​ສົນ​ໃຈ​ດີ ທີ່​ຈະ​ເອົາ​ມາ​ຂຽນ​ບົດ​ຄວາມ​ວ່າ ເກົ່າ​ປະ​ຈຸ​ບັນ ກັບ ລຸ້ນ​ກ່ອນ​ໜ້ານີ້​ມີ​ຈຸດ​ແຕກ​ຕ່າງ​ກັນ​ບ່ອນ​ໃດ​ແນ່.

Converse Chuck Taylor II ມີ​ຫຍັງ​ໃໝ່​ແນ່?

Converse ລຸ້ນ​ໃໝ່​ທີ່​ໄດ້​ມາ​ນີ້ ເປັນ​ສີ​ແດງ (ເພ​າ​ະ​ຜູ່​ທີ່​ເຂົາ​ເອົາ​ໃຫ້ ເຫັນ​ເຮົາ​ໃສ່ Vans Lindero ສີ​ແດງ) ໂຕນີ້​ແມ່ນ​ເປັນ​ລຸ້ນ Oxford (ຄໍ​ຕ່ຳ). ຖ້າ​ເບິ່ງ​ລວມໆ​ມາ​ແຕ່​ໄກໆ​ແລ້ວ ແມ່ນ​ເບິ່ງບໍ່​ອອກ​ເລີຍ​ວ່າ ລຸ້ນ​ໃໝ່ ກັບ ລຸ້ນ​ເກົ່າ​ ມັນ​ຕ່າງ​ກັນ​ບ່ອນ​ໃດ ແຕ່​ເມື່ອ​ເບິ່ງ​ວັດ​ສະ​ດຸ​ພາຍ​ໃນ​ແລ້ວ ແມ່ນ​ຖື​ວ່າ​ມີ​ການ​ປ່ຽນ​ແປງ​ຈາກ​ໂຕ​ເກົ່າ​ໄປຫຼາຍ​ເຕີບ​ພໍ​ສົມ​ຄວນ ເຊັ່ນ ຮອງ​ພື້ນ​ໃໝ່, ວັດ​ສະ​ດຸ​ທີ່​ໃຊ້ຫຸ້ມພາຍ​ໃນໃໝ່ ແລະ ເນື້ອ​ຜ້າ (Canvas) ໃໝ່ (ຜູ່​ຂຽນ​ກະ​ຍັງ​ເບິ່ງບໍ່​ອອກ ຖ້​າ​ເບິ່ງ​ດ້ວຍ​ຕາ ຕ້​ອງ​ໄດ້​ເອົາ​ມື​ໄປ​ສຳ​ຜັດ​ເນື້ອ​ຜ້າ​ຈຶ່ງ​ຮູ້​ວ່າ ເນື້ອ​ຜ້າ​ຄົນ​ລະ​ອັນ).

ຮອງ​ພື້ນ​ໃໝ່ Lunarlon Sock-liner

ສຳ​ລັບ​ກ໋ອງ​ຂອງ Converse ລຸ້ນນີ້​ຈະ​ເປັນ​ສີ​ດຳ​ດ້ານ ແລະ ຕົວ​ອັກ​ສອນ II ເປັນ​ສີ​ຂຽວ ບົ່ງ​ບອກ​ໃຫ້​ຮູ້​ວ່າ ຈຸດ​ເດັ່ນ​ຂອງ​ເກີບ​ລຸ້ນນີ້​ແມ່ນ ແຜ່ນ​ຮອງ​ພື້ນ​ທີ່ໃຊ້​ເທັກ​ໂນ​ໂລ​ຊີ Lunarlon ເປັນ​ເທັກ​ໂນ​ໂລ​ຢີຮອງ​ພື້ນ​ຮັບຈາກ Nike (ເນື່ອງ​ຈາກວ່າ Nike ໄດ້​ຊື້ບໍ​ລິ​ສັດ Converse ໄປ​ໃນ​ປີ 2002) Lunarlon ຈະ​ເຮັດ​ໃຫ້​ເວ​ລາ​ເຮົາ​ຢ່າງ ຫຼື ແລ່ນ ຈະ​ນຸ້ມ​ຕີນ​ຍິ່ງ​ຂຶ້ນ ແລະ ຮັບ​ແຮງ​ກະ​ທົບໄດ້​ດີ​ຍິ່ງ​ຂຶ້ນ​.

ທາງ​ໃນ​ຫຸ້ມ​ດ້ວຍ​ໜັງ​ນຸ້ມ

ນອ​ກ​ຈາກ Converse Chuck 2 ຈະ​ມີ​ຮອງ​ພື້ນ​ໃໝ່​ແລ້ວ Converse ຍັງ​ໄດ້​ຫຸ້ມ​ບໍ​ລິ​ເວນ​ຂໍ້​ຕີນ ແລະ ຫ​ູ​ເກີບ​ດ້ວຍ​ໜັງ​ນຸ້ມ (Super soft micro-suede liner) ແລະ ດ້ານ​ໃນ​ສ່ວນ​ອື່ນໆ​ກໍ​ຍັງ​ໄດ້​ຫ​ຸ້ມ​ດ້ວຍ​ຜ້າ​ອີກ​ຊັ້ນ​ໜຶ່ງ ເພື່ອ​ເຮັດ​ໃຫ້​ຜູ່​ທີ່​ໄດ້​ໃສ່​ເກີບນີ້​ແລ້ວ ຮູ້​ສຶກ​ສະ​ບາຍ ແລະ ບໍ່​ມຸ​ດ​ມັດ.

ປຽບ​ທຽບ Converse Chuck Taylor II ກັບ Converse Chuck Taylor I

 

ສິ່ງ​ທີ່​ເຫັນ​ໄດ້​ຢ່າ​ງ​ຊັດ​ເຈນເລື່ອງ​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ Converse II ແລະ Converse I ​ຖ້າເບິ່ງ​ຈາກ​ພາຍນອກ​ແລ້ວກໍ​ຈະ​ເປັນ​ 2 ເສັ້ນທີ່​ພາດ​ລຽບ​​ຕາມ​ຂອບ​ຂອງ​ເກີບ. Converse II ນັ້ນ​ເສັ້ນ​ທີ່​ພາດ​ຕາມ​ຂອບ​ຂອງ​ເກີບ​ຈະ​ເປັນ​ສີ​ຂາວ ແລະ ມີ​ຮອຍ​ຂີດ ແຕກ​ຕ່າງ​ຈາກ​ລຸ້ນ​ກ່ອນ​ຄື ຈະ​ເປັນ​ສີ​ດຳ ແລະ ລຽບ.

 

ສ່ວນ​ດ້ານ​ຂອງ​ຫ​ູ​ເກີບ​ດ້ານ​ເທິງ, ສ່ວນບໍ​ລິ​ເວນ​ຂອງ​ຂອບ​​ Converse II ຈະ​ເປັນ​ຮອຍ​ຍິບ​ແບບ​ຖີ່ໆ ແລະ ໜາ ​ແຕກ​ຕ່າງ​ຈາກ​ລຸ້ນ​ທຳ​ອິດ​ ຈະ​ເປັນ​ຮອຍ​ຖັກ​ຮູບ​ໂຕ V ແບບ​ຫ່າງໆ. ພິ​ເສດ​ລ​ຸ້ນ​ທີ່ 2 ຍັງ​ໄດ້​ປັກປ້າຍ Chuck Taylor ​II ໄວ້​​ຢູ່ດ້ານ​ໃນ​ນຳ​ອີກ. ນອກ​ຈາກນີ້ ດ້ານ​ໃນ​ແມ່ນ​ໄດ້​ຍິບ​ໜັງ​ເນື້ອ​ສຳ​ຜັດ​ນຸ້ມໆ ແຕກ​ຕ່າງ​ຈາກ​ລ​ຸ້ນ​ກ່ອນ​​ທີ່​ດ້ານ​ໃນ​ບໍ່​ໄດ້​ຫ​ຸ້ມ​ຫຍັງ​ເລີຍ ເປັນ​ຜ້າ​ເປືອຍ​ໆ.

 

​ດ້ານ​ສົ້ນ​ເກີບ​ທາງຫຼັງ​ຕິດ​ແທັກ Converse All Star (ສັນ​ຍາ​ລັກ​ເອ​ກະ​ລັກ​ຂອງ​ເກີບ Converse) ລຸ້ນ​ທີ່ 2 ຕົວ​ອັກ​ສອນ​ຈະ​ນູນ​ອອກ​ມາ ແຕ່​ລຸ້ນ​ທີ່ 1 ຕົວ​ອັກ​ສອນ​ຈະ​ລຽບ​ເລີຍ. ໝາຍ​ເຫດ: ບໍ່​ມີ​ຮູບ​ປຽບ​ທຽບ​ໃນ​ສ່ວນນີ້​ເພາະ Converse ຂອງ​ເຮົາ​ລຸ້ນນີ້ບໍ່​ມີ​ແທັກ​ຕິດ​ຢ​ູ່​ສົ້ນ​ເກີບ​ດ້ານຫຼັງ.

 

ບໍ່​ພຽງ​ແຕ່​ດ້ານ​ໃນ ແລະ ດ້ານນອກ​ທີ່​ມີ​ການ​ປ່ຽນ​ແປງ​ເທົ່າ​ນັ້ນ ດ້ານ​ພື້ນ​ເກີບລຸ້ນ​ທີ່ 2 ກໍ​ໄດ້​ມີ​ການ​ປັບ​ປຸງ​ຮູບແບບ​ໜ້ອ​ຍ​ໜຶ່​ງ. ສຳ​ລັບ​ພື້ນ​ເກີບ​ຂອງ Converse II ຮູບດອກ​ຈັນ​ດ້ານ​ໃນ​ສຸດ​ຈະ​ບໍ່​ເປັນ​ແບບ​ຕັນ​ຄື​ກັບ​ລຸ້ນ​ທີ 1 ແຕ່​ຈະ​ຈົ່ງ​ຫວ່າງ​ໄວ້​ໜ້ອຍ​ໜຶ່ງ. ຜູ່​ຂຽນ​ກະ​ບໍ່​ຮູ້​ວ່າ​ການ​ປ່ຽນ​ຮູບ​ແບບ​ພື້ນ​ພຽງ​ໜ້ອຍ​ດຽວນີ້​ຈະ​ເຮັດ​ໃຫ້​ເກາະ​ພື້ນ​ດີ​ກ່​ວາ​ລຸ້ນ​ກ່ອນບໍ່ ເພາະ​ຢູ່​ໃນ​ໂຄ​ສະ​ນາກໍ່​ບໍ່​ໄດ້​ຊູ​ຈຸດນີ້​ມາ​ນຳ​ສະ​ເໜີ.

 

ສິ່ງ​ສຸດ​ທ້າຍ​ຂອງ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ສອງ​ລຸ້ນ​ນີ້ ທີ່​ຜ​ູ່​ຂຽນ​ເກືອບ​ເບິ່ງ​ກາຍ ກະ​ຄື​ລຸ້ນ​ທີ່ 2 ຈະ​ມີ​ສາຍ​ຮັດ​ຫູ​ດ້ານ​ໃນ​ ແບບ​ວ່າ​ເປັນ​ສິ່ງ​ທີ່ຕ້ອງ​ມີ​ເລີຍ (must have). ການ​ມີ​ສາຍ​ຮັດ​ໄວ້​ກັບ​ຫູ​ເກີບ ຈາກ​ເຮັດ​ໃຫ້​ບັນ​ຫາ​ລະ​ຫວ່າງ​ໃສ່​ເກີບ​ແລ້ວ ເວ​ລາຍ່າງ​ໄປ​​ຍ່າງ​ມາ ໄລ​ຍະໜຶ່ງ​ຫູ​ເກີບ​ມັນ​ກໍ​ຈະ​ບໍ່​ຢູ່​ເຄິ່ງ​ກາງ ມັນ​ຈະ​ບ່ຽງ​ຊ້າຍ ຫຼື ບ່ຽງ​ຂວາ (ຄິດ​ວ່າເກືອບ 100% ຂອງ​ຄ​ົນ​ທີ່​ເຄ​ີຍ​ໃສ່​ເກີບ Converse ຕ້ອງ​ໄດ້​ເຈີ​ແນ່ນອນ). ສ່ວນ​ບັນ​ຫານີ້​ເຮົາ​ແກ້​ໄດ້ ໂດຍ​ການ​ມັດ​ສາຍ​ເກີບ​ດ້ານ​ໃນ (ສັງ​ເກດ​ເບິ່ງ​ຮູບ​ດ້ານ​ລຸ່ມ​ໄດ້ ຖ້າ​ໃຜ​ຄິດ​ພາບບໍ່​ອອກ).

 

ສະຫຼຸບແລ້ວ ໃນ​ຄວາມ​ເຫັນ​ສ່ວນ​ໂຕ​ຄິດ​ວ່າ Converse Chuck Taylor II ຈະ​ໃສ່​ນຸ້ມ​ຕີນ​ແນ່ນອນ (ເຖິງວ່າ​ເຮົາ​ຈະ​ຍັງ​ບໍ່​ທັນ​ໄດ້​ລອງ​ໃສ່) ເພາະ​ວ່າ​ອັນ​ຮອງ​ພື້ນ Lunarlon ທີ່​ນຸ້ມ, ຮັບ​ແຮງ​ກະ​ທົບ​ໄດ້​ດີ ແລະ ໜັງ​ນຸ້ມຫຸ​້ມ​ຜ້າ​ດ້ານ​ໃນ​ ເຮົາ​ເຊື່ອ​ວ່າ​ໃສ່​ແລ້ວ​ຄົງ​ສະ​ບາຍ​​ຕີນ​ຂອງ​ທ່ານແນ່ນອນ, ບາງ​ເທື່ອ​ມັນ​ອາດ​ຈະ​ເປັນ​ເກີບ​ຄູ່​ໃຈ​ເຮົາ​ໃນ​ອະ​ນາ​ຄົ​ດ​ໄວໆ​ນີ້ກໍ​ໄດ້ ເພາະ​ເກີບ Vans Lindero ທີ່​ໃສ່​ປະ​ຈຸ​ບັນ​ກໍ່​ໄດ້​ຕັ້ງ​ວ່າ 5ປີ ແລ້ວ (ມັນ​ກະ​ຍັງ​ໃສ່​ໄດ້​ດີ​ຢູ່ ຈົນ​ຄຸ້ມ​ຄ່າ​ເງິນ​ທີ່​ຈ່າຍ​ໄປ ດຽວນີ້​ໄດ້​ກຳ​ໄລ​ລະ). ເກີບ Converse ສີ​ດຳປະ​ຈຸ​ບັນ​ທີ່​ເຮົາ​ຈັບ​ມາ​ປຽບ​ທຽບ​ນີ້ ​ແມ່ນ​ເປັນ​ຄູ່​ສຳ​ຮອງ ເນື່ອງ​ຈາກວ່າ ເວ​ລາ​ເຮົາ​ໃສ່​​ມັນຍ່າງ​ໄປ​ໃສ​ມາ​ໃສ ເປັນ​ຕົ້ນ​ແມ່ນ ເວ​ລາ​ໄປ​ໂຮງ​ຮຽນ ເຮົາ​ຮູ້​ສຶກ​ວ່າ​ໃສ່​ແລ້ວ​ມັນ​ບໍ່​ສະ​ບາຍ​ຕີນ, ພື້ນ​ມັນ​ເປັນ​ແຂງໆ ຫຼັງ​ຈາກ​ໃສ່​ແລ້ວເຈັບ​ແຖວ​ປາຍ​​ຕີນ ເຮົາ​ກໍ່​ເລີຍ​ໃຫ້​ມັນ​ເປັນ​ຄູ່​ສຳ​ຮອງ ຫຼື ເປັນ​ຄູ່​ທີ່​ໃສ່​ໄປ​ລຸຍ​ໃນ​ສະ​ໜາມ​ແບບ​ໂຫດໆ​ເປື້ອນໆ.