Facebook ແລະ Apple ຖືກແຮກດ້ວຍຊ່ອງໂວ Java

ບໍ່ໜ້າເຊື່ອເລີຍວ່າບໍລິສັດຍັກໃຫ່ຍເຊັ່ນ Facebook ແລະ Apple ດ້ວຍຊ່ອງໂວ Java. ທັງສອງເລື່ອງແມ່ນເກີດຂຶ້ນ ຄົນລະມື້ກັນແຕ່ມີເນື້ອຫາຄືກັນກະຄືວ່າຖືກແຮກດ້ວຍວິທີດຽວກັນ ແລະ ກຸ່ມຄົນທີ່ແຮກກຸ່ມດຽວກັນ, ເລື່ອງກໍມີ ຢູ່ວ່ພະນັກງານທັງສອງບໍລິສັດໄດ້ເຂົ້າໄປເວັບໄຊນັກພັດທະນາໂທລະສັບມືຖືມີຊື່ວ່າ:”iPhoneDevSDK”ເຊິ່ງເວັບດັ່ງກ່າວໄດ້ຖືກແຮກມາກ່ອນແລ້ວຝັງໄວຣັດໄວ້ໃນເວັບໄຊນັ້ນ. ໄວຣັດດັ່ງກ່າວແມ່ນໄວຣັດຊະນິດ malware ໜ້າທີ່ ຂອງມັນແມ່ນຈະໂຈມຕີເປົ້າໝາຍຜູ້ທີ່ເຂົ້າໄປເບິ່ງເວັບໄຊດັ່ງກ່າວ, ຫຼັງຈາກນັ້ນມັນຈະໂຈມທີຄອມຂອງຜູ້ເຄາະ ຮ້າຍດ້ວຍຊ່ອງໂວ Java. ເວັບໄຊດັ່ງກ່າວຕອນ ນີ້ແມ່ນຢູ່ໃນຊ່ວງປັບປຸງ.

Apple ບອກວ່າ: Apple ໄດ້ພົບ malware ທີ່ເຂົ້າໄປໂຈມຕີລະບົບເພິ່ນຜ່ານຊ່ອງໂວ Java ຜ່ານ Java plug-in ສຳລັບ ເວັບບາວເຊີ. Malware ດັ່ງກ່າວຖືກປ່ອຍມາຈາກເວັບໄຊ ສຳລັບນັກພັດທະນາໂປແກມແຫ່ງໜຶ່ງ.

 

Facebook ບອກວ່າ: ເດືອນແລ້ວນີ້, ພະນັກງານຮັກສາຄວາມປອອດໄພຂອງ Facebook ໄດ້ພົບວ່າລະບົບຂອງພວກ ເຂົາໄດ້ຖືກໂຈມຕີ. ການໂຈມຕີດັ່ງກ່າວນີ້ ແມ່ນເກີດຈາກພະນັກງານຄົນໜຶ່ງຂອງ Facebook ໄດ້ເຂົ້າໄປເບິ່ງເວັບໄຊນັກ ພັດທະນາເວັບໄຊທີ່ຖືກແຮກ, ເວັບໄຊທີ່ຖືກແຮກດັ່ງກ່າວມີຊ່ອງໂວທີ່ເຮັດໃຫ້ malware ເຂົາໄປຕິດຕັ້ງຕົນເອງ ຫຼື ເຂົ້າ ໄປແຝງໃນຄອມພິວເຕີຂອງພະນັກງານດັ່ງກ່າວ.

ຂອບໃຈທີ່ມາ Thenextweb, Theverge, The New York Times, All Things D, Facebook