ເຊີນ​ຮ່ວມ​ງານ Barcamp Vientiane 2014

barcamp_vientiane_2014-banner

ເຊີນ​ທຸກ​ທ່ານ​ເຂົ້າ​ຮ່ວມ​ງານ Barcamp Vientiane 2014 ເຊິ່ງວ່າ​ກ້າວ​ເຂົ້າ​ປີ​ທີ 4 ກັນ​ແລ້ວ​ ໃນ​ປີນີ້ຈະ​ຈັດ​ຂຶ້ນ​ວັນອາ​ທິ​ນີ້​ທີ 7 ເດືອນ ທັນ​ວາ ປີ 2014 ​ສະ​ຖານ​ທີ່​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ວິ​ທະ​ຍາ​ເຂດ​ດົງ​ໂດກ, ຄະ​ນະ​ວິ​ສະ​ວະ​ກຳ​ສາດ,ຕຶກ ITSD. ເລີ່ມ​ຕັ້ງ​ແຕ່​ເວ​ລາ 9:00 ເປັນ​ຕົ້ນ​ໄປ​ຈົນ​ເຖິງ​ເວ​ລາ 17:00 ໂມງ.

ສຳ​ລັບ​ໃຜ​ທີ່​ຍັງ​ບໍ່​ຮູ້​ຈັກ​ງານ​ບາ​ແຄ້ມ​ແມ່ນ​ງານ​ຫຍັງ ເຮົາ​ຂໍ​ອະ​ທິ​ບາຍ​ຫຍໍ້​ລະ​ກັນ​ເນາະ​ວ່າ ເປັນ​ວ່າ​ສຳ​ມະ​ນາ​ທີ່ບໍ່​ເປັນ​ທາງ​ການ ເຊິ່ງວ່າ​ຜູ່​ທີ່​ຈະ​ມາ​ເວົ້າ​ນັ້ນ​ບໍ່​ຈຳ​ເປັນ​ຕ້ອງ​ກະ​ກຽມ​ຫຍັງ ຫຼື ກະ​ກຽມມາ​ກ່ອນ​ກໍ​ໄດ້ ໂດຍ​ຫົວ​ຂໍ້​ທີ່​ຈະ​ມາ​ເວົ້າ​ນັ້ນ​ກໍ​ບໍ່​ໄດ້​ຈຳ​ກັດ​ປະ​ເພດ ໝາຍ​ຄວາມ​ວ່າ​ທ່ານ​ຢາກ​ເວົ້າ​ຫຍັງ​ກໍ​ໄດ້​ພຽງ​ແຕ່​ວ່າ ກ່ອນ​ການ​ເລີ່ມ​ສຳ​ມະ​ນາ ຜູ່​ບັນ​ຍາຍ​ຈະ​ຕ້ອງ​ໄດ້​ຂຽນ​ຫົວ​ຂໍ້​ທີ່​ຕົນ​ຈະ​​ເວົ້າ​ລົງ​ໃນ​ກະ​ດານ​ເພື່ອ​ໃຫ້​ຜູ່​ເຂົ້າ​ຮ່ວມ ຫຼື ຜູ່​ຟັງ​ໂຫວດ​ຫົວ​ຂໍ້​ທີ່​ຕົນ​ສົນ​ໃຈ.

ໃນ​ປີນີ້​ມີ​ຫຼາຍ​ຫົວ​ຂໍ້​ທີ່​ໜ້າ​ຈົນ​ໃຈ​ຫຼາຍ​ເຊັ່ນ: ຫົວ​ຂໍ້​ທາງ​ດ້ານ​ໄອ​ທີ​ຕ່າງໆ, ການ​ນຳ​ໃຊ້​ກ້ອງ, ການ​ຮັກ​ສາ​ຄວາມ​ງານ, ນອນ​ເດິກ​ຈັ່ງ​ໃດ​ບໍ່​ໃຫ້​ໜ້າ​ແຫ່ວ, ການ​ໃຊ້​ວິ​ທະ​ຍຸ​ສື່​ສານ​ລົມ​ການ​ຂ້າມ​ທະ​ວີບ​ແບບ​ຟ​ຣີໆ, ການ​ປຸກ​ພະ​ລັງ​ໃນ​ໂຕ​ທ່ານ. ການ​ຜະ​ລິດ​ລາຍ​ການ​ອອນ​ລາຍ​ຜ່ານ Youtube ແບບ​ຕົ້ນ​ທຶນ​ຕ່ຳ ແລະ ຫົວ​ຂໍ້​ອື່ນໆອີກ.

barcamp_vientiane_2014_poster

ຜູ່​ໃດ​ສົນ​ໃຈ​ສາ​ມາດ​ລົງ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ໄດ້​ທີ່ລິ້ງ​ຂ້າງ​ລຸ່ມ​ໄດ​້​ເລີຍ

ລົງ​ທະ​ບຽນ

 

ຂໍ້​ມູນ​ເພີ່ມ​ຕື່ມ​ເຂົ້າ​ໄປ​ເບິ່ງ​ໄດ້​ທີ່ Barcamp Vientiane