Apple ​ສະ​ເໜີປ່ຽນ​ແບັດ​ເຕີ​ຣີ​​ໃໝ່ສຳ​ລັບ iPhone 5 ລຸ້ນ​ວາງ​ຂ?

Apple ປະ​ກາດອ​ອກ​ມາ​ວ່າ​ຈະ​ສະ​ເໜີ​ປ່ຽນ​ແບັດ​ເຕີ​ຣີ​ໃໝ່​ໃຫ້​ກັບ​ iPhone 5 ທີ​ຖືກ​ຂາຍ​ລະ​ຫວ່າງ​ເດືອນ ກັນ​ຍາ ປີ 2012 ຫາ ເດືອນ​ ມັງ​ກອນ ປີ 2013. ສາ​ເຫດ​ສະ​ເໜີ​ປ່ຽນ​ແບັດ​ເຕີ​ຣີ​ໃໝ່​ກໍ​ເນື່ອງ​ມາ​ຈາກວ່າ​ແບັດ​ເຕີ​ຣີ​ມີ​ອາ​ຍຸ​ການ​ໃຊ້​ງານ​ໜ້ອຍ ຫຼື ຕ້ອງ​ການ​ສາກ​ໄຟ​ເລື້ອຍໆ.

ຕອນນີ້​ແມ່ນ​ເປີດ​ໃຫ້​ບໍ​ລິ​ການ​ປ່ຽນ​ໃໝ່​ພຽງ​ແຕ່​ຢູ່​ໃນ​ອາ​ເມ​ລິ​ກາ​ ແລະ ຈີນເທົ່າ​ນັ້ນ ແລະ ປະ​ເທດ​ອື່ນໆ​ຈະ​ຕາມ​ມາ​ໃນ​ວັນ​ທີ 29 ເດືອນ ສິງ​ຫາ. ທ່ານ​ສາ​ມາດກວດ​ສອບ​ໄດ້​ວ່າ iPhone ຸ ທີ່​ທ່ານ​ໃຊ້​ຢູ່ນັ້ນ​ແມ່ນ​ຖືກ​ໃຫ້​ປ່ຽນ​ບໍ່​ໂດຍ​ນຳໂຕ​ເລກ Serial ຂອງ iPhone ທ່ານກວດ​ສອບ​ໃນ​ເວັບ​ໄຊ​ຂອງ Apple . ໄລ​ຍະ​ເວ​ລາຂອງ​ການ​ປ່ຽນ​ນີ້​ແມ່ນ​ສາ​ມາດ​ນຳ​ໄປ​ປ່ຽນ​ໄດ້​ຈົນ​ຮອດ​ທີ 1 ເດືອນ ມີ​ນາ ປີ 2015.

ຂອບ​ໃຈ​ທີ​ມາ Thenextweb