Appleຍີປຸ່ນຂາຍ Lucky Bag ວັນທີ 2 ເດືອນມັງກອນ 2013

screen-shot-2012-12-25-at-9-48-25-pm

ຕາມການລາຍງານຂ່າວຈາກ 9to5mac ເພິ່ນວ່າ:Apple ຍີປຸ່ນຢືນຢັນແລ້ວວ່າຈະຂາຍ  Lucky Bag ໃນວັນທີ 2 ເດືອນມັງກອນ 2013. ເພິ່ນຈະຂາຍ ຕາມຮ້ານ Apple Store 7 ແຫ່ງທົ່ວປະເທດ, ສ່ວນລາຄາຖົງ Lucky Bag ແມ່ນຢູ່ທີ່ 33,000 ເຢນຖືກເປັນເງິນໂດລາປະມານ $386 ຫຼື ເງິນລາວກະ ປະມານ 3 ລ້ານກີບ. ໃນຖົງ Lucky Bag ຈະລວມມີເຄື່ອງຫຼາຍຢ່າງເປັນຕົ້ນແມ່ນ: iPod touch, Case, ເສື້ອຍືດ Apple ແລະ ອຸປະກອນເສີມຕ່າງໆ. ນອກນັ້ນສິ່ງທີ່ໜ້າສົນໃຈສຸດໆເລີຍກະຄືໃນຖົງ Lucky Bag ນັ້ນຈະມີສິນຄ້າພິເສດສຸດໆເລີຍນັ້ນກະຄື MacBook Air ຫຼື iPad ຫາກໃຜຖືກກະຄົງໂຊກ ດີສຸດໆເລີຍ.

lucky-bag-app-bank

ຕົວຢ່າງເຄື່ອງທີ່ຢູ່ໃນຖົງ
ຮູບຈາກ http://www.appbank.net/2012/01/02/iphone-news/350295.php

Lucky Bag ເປັນຊື່ເອີ້ນທົ່ວໄປ ແລະ ເປັນທຳນຽມຂອງຄົນຢີປຸ່ນ ແລະ ອີກຫຼາຍໆປະເທດທີ່ຄ້າຍໆກັນມອບຖົງນີ້ໃຫ້ຄົນທີ່ເຮົາຮັກ ຫຼື ຄົນໃນຄອບຄົວ ແລະ ໝູ່ເພື່ອນໃນວັນຂຶ້ນໄປໃໝ່.

ຖ້າໃຜສົນໃຈມີຍາດຕີ່ພີ່ນ້ອງຢູ່ຫັ້ນແມ່ນເພິ່ນແນາະນຳໃຫ້ໄປຕໍ່ແຖວຕັ້ງແຕ່ 5 ໂມງເຊົ້າເດີ້.

ຂອບໃຈທີ່ມາ 9to5mac ແລະ Apple