Apple ໄດ້ເປີດໂຕ New Ipad ແລ້ວໃຊ້ຈໍໃໝ່, ຊິບປະມວນຜົນໃໝ່, ກ້ອງໃໝ່ ແ


ຈາກການຜ່ານຂ່າວລື້ທີ່ທຸກຄົ້ນເວົ້າມາຕ່າງໆຈະມີໃຜຖືກກໍ່ເບິ່ງໄປຕາມໆກັນເພາະມື້ວານນີ້ Apple ໄດ້ເປີດໂຕ New Ipad ໃໝ່ໃນວັນທີ  8 ເດືອນ 3 ປີ 2012 ເວລາ 1 ໂມງຕອນເຊົ້າ ຫຼື 1:00AM. ໃນງານຄັ້ງນີ້ແມ່ນ Tim Cook ເປັນຄົນເປີດງານ ແລະ ເປີດໂຕ Ipad ໃໝ່ທີ່ມີຊື່ວ່າ: NewIpad ບໍ່ແມ່ນ Ipad 3 ຕາມທີ່ທຸກຄົນຄິດໄວ້.

ສະເປັດຫຼັກໆຂອງ Nwe Ipad ໃໝ່ນີ້ຫຼັກໆເລີຍ 

1. ໃຊ້ໜ້າຈໍໃໝ່ເຊິ່ງເອີ້ນກັນທົ່ວໄປວ່າໜ້າຈໍ Retina  ຂະໜາດ 9,7 ນິ້ວ ມີຄວາມລະອຽດເຖິງ 2048×1536 ພິກເຊວ ທີ 264 ppi ເຊິ່ງຈະເຮັດໃຫ້ຈໍນີ້ເປັນຈໍທີ່ມີຄວາມ ລະອຽດສູງສຸດໃນແທ໋ບເລັດຕາມທ້ອງຕະຫຼາດໃນປັດຈຸບັນ, ມັນຈະເຮັດໃຫ້ນ້າຈໍເບິ່ງລະອຽດຂຶ້ນ.

 

2. ໃຊ້ຊິບປະມວນຜົນໃໝ່ A5X ບໍ່ແມ່ນ A6 ຕາມຂ່າວລືທີ່ຜ່ານມາ. ເປັນຊິບ Dual-Core ພຽງແຕ່ປ່ຽນການປະມວນກຣາຟິກເປັນ Quad-Core ເນັ້ນໃສ່ເລື່ອງການສະແດງຜົນກຣາຟິກເປັນພິເສດເຊິ່ງຈະມາຮອງຮັບການເຮັດວຽກຂອງຈໍ Retina ໂດຍສະເພາະ ແລະ ຍັງແຮງກ່ວາ Tega 3 ຂອງ Nvidia ເຖິງ 3 ເທົ່າ ແລະ A5 ສອງເທົ່າ.

3. ກ້ອງຫຼັງໃໝ່ ເປັນກ້ອງ iSight 5 ລ້ານພິກເຊວ, ຮູຮັບແສງ f/2.4 ເຖິງວ່າພິກເຊວຂອງກ້ອງບໍ່ສູ້ Iphone 4S ກໍຕາມແຕ່ຄຸນນະພາບຂອງກ້ອງແມ່ນໃກ້ ຄຽງກັນເລີຍ ແລະ ສ່ວນກ້ອງໜ້າຍັງເປັນ VGA ຄືເກົ່າ. ຖ່າຍວີດີໂອເປັນແບບ 1080p ໄດ້.

 


4. ຮອງຮັບລະບົບ 4G ໄດ້ແລ້ວເປັນແບບ LTE ຄວາມໄວປະມານ 72Mbps, ມາພ້ອມລູກຫຼິ້ນໃໝ່ສາມາດເປັນ WiFi Hotspot ໄດ້.


5. ໂຕເຄື່ອງໜາຂຶ້ນກວ່າເກົ່າ 9.4mm ສວ່ນ Ipad 2 ແມ່ນ 8.8mm, ໜັກຂຶ້ນກວ່າເກົາ 652 ກຣາມ ສວ່ນໂຕ Ipad 2 601 ກຣາມ.

6. ແບດຍັງຄືເກົາໃຊ້ໄດ້ 10 ຊົ່ວໂມງ ແລະ 4G LTE 9ຊົ່ວໂມງ.

7. ມາພ້ອມກັບ IOS 5.1

8. ສວ່ນເລື່ອງລາຄາແມ່ນຄືເກົ່າ ລຸ້ນ 16GB WiFi 499$ ແລະ ລຸ້ນ 16GB WiFi+3G+4G ລາຄາ 649$. Ipad 2 ຫຼຸດລາຄາລົງເປັນລຸ້ນ 16GB WiFi 399$ ແລະລຸ້ນ ລຸ້ນ 16GB WiFi+3G ລາຄາ 549$.

ວີດີໂອແນະນຳ New Ipad


ວາງຈຳໜ່າຍຮອບທຳອິດວັນທີ 16/03/2012 ໂດຍມີ: Australia, Canada, France, Germany, Hong Kong, Japan, Singapore, Switzerland, UK, US

ຮອບສອງ 23/03/2012 ມີ: Austria, Belgium, Bulgaria, Czech Republic, Denmark, Finland, Greece, Hungary, Iceland, Ireland, Italy, Liechtenstein, Luxembourg, Macau, Mexico, The Netherlands, New Zealand, Norway, Puerto Rico, Poland, Portugal, Romania, Slovakia, Slovenia, Spain, Sweden

ນອກຈາກໃນງານຈະເປີດໂຕ New Ipad  ທີ່ເປັນໂຕເກງໃນງານແລ້ວຍັງອີກຫຼາຍຢ່າງທີສຳຄັນກັນບໍ່ວ່າຈະເປັນການເປີດໂຕ App ໃໝ່ Iphoto ແລະ ຍັງມີໂປແກມໃຫ້ອັບເດດເຊັ່ນ: Imovie, Garageband, Pages, Numbers, Keynote. ເປີດໃຫ້ດວາໂຫຼດ IOS 5.1 ຕັ້ງແຕ່ມື້ເປີດງານເລີຍ ແລະ Itune 10.6 ເພື່ອຮອງຮັບວີດີໂອຂະໜາດ 1080p

ຂອບໃຈຮູບຈາກ 9to5mac

By Douangtavanh Kongphaly