Apple ສົ່ງຄຳເຊີນໃຫ້ສຳນັກຂ່າວຮ່ວມງານ media event ໃນວັນທີ 23/10/2012

apple-ipad-mini-launch-announced-official

Apple ໄດ້ສົ່ງຄຳເຊີນຕາມພາບຂ້າງລຸ່ມພ້ອມກັບປະໂຫຍກທີ່ຂຽນໄວ້ວ່າ:”We’ve got a little more to show you”ໄປຍັງສຳນັກຂ່າວ ຕ່າງໆໃຫ້ມາຮ່ວມງານ media event ເຊິ່ງຈະຈັດຂຶ້ນໃນວັນທີ 23 ເດືອນ ຕຸລາ ປີ 2012 ທີ່ໂຮງລະຄອນ San Jose’s California Theatr, ເລີ່ມງານແມ່ນເວລາ 10 a.m. PST ຕາມເວລາທ້ອງຖິ່ນ ຫຼື 12 ໂມງກາງຄືນຂອງວັນທີ 23 ກ້າວໄປຫາວັນທີ 24. ໂດຍທາງເວັບໄຊ 9to5mac ໄດ້ຕີຄວາມວ່າເປັນງານເປີດໂຕສິນຄ້າໃໝ່ iPad mini ໜ້າຈໍ 7.85 ນິ້ວ ແລະ Macbook Pro with Retina display ໜ້າຈໍ 13 ນິ້ວຕາມທີ່ຂ່າວລືກັນດົນແລ້ວກ່ອນເປີດໂຕ iPhone 5 ອີກ. ນອກນັ້ນ, ຍັງມີຂ່າວມາອີກຕືມວ່າຈະອັບເກດຈຳພວກຮຸ່ນ Mac mini ນຳອີກ.

ຂອບໃຈທີ່ມາ 9to5mac