ໃນທີສຸດກະມາ Office Mobile ຈາກ Microsoft

ໃນທີສຸດກະມາຖ້າດົນລະ Office Mobile ຈາກ Microsoft ໂປແກມແກ້ໄຂເອກະສານຂອງ Microsoft ຖ້າຢູ່ໃນ Windows ກໍຈະແມ່ນ Microsoft office ໃນເມື່ອກ່ອນເພິ່ນຍັງບໍ່ທັນໄດ້ເປີດໂຕໂປແກມ Microsoft Office ສຳລັບ IOS ເປັນຂອງຕົນເອງເທື່ອນັ້ນ ເຮົາຈຳເປັນຕ້ອງໄດ້ໂປແກມອື່ນທີ່ ບໍ່ແມ່ນທາງ Microsoft ຜະລິດເອງເຊັ່ນ: Quick Office ທີ່ເປັນຂອງ Google ຫຼື Doc2Go ປະມານນັ້ນ, ແຕ່ມັນກະມີບັນຫາຢູ່ທີ່ວ່າຍັງບໍ່ໃຫ້ Feature ຫຼື ການແກ້ໄຂແບບເຕັມຮູບແບບໄດ້ເພາະສະນັ້ນທາງ Microsoft ເອງກໍໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງ ການຈາກຜູ້ຊົມໃຊ້ໃຫ້ມີໂປແກມ Microsoft Office ສຳລັບ IOS ແນ່.

ກ່ຽວກັບໂປແກມ Offce Mobile ຂອງ Microsoft ເພິ່ນເປີດໂຕນີ້ແມ່ນມີແຕ່ຜູ້ທີ່ເປັນສະມາຊິກຂອງ Office 365 ອືມ….ສະແດງວ່າມີແຕ່ຄົນທີ່ຊື້ ຫຼື ສະໝັກເປັນສະມາຊິກຂອງ Microsoft Office 365 ເທົ່ານັ້ນທີ່ໃຊ້ໄດ້ ແລະ ຄ່າສະໝັກ ຫຼື ຊື້ໂປແກມເພິ່ນນັ້ນກະແພງຫຼາຍ ໃຜສົນໃຈກະເຂົ້າໄປເບິ່ງ ລາຄາໄດ້ຕາມລິ້ງທີ່ໃຫ້ Microsoft Office. ໂປແກດັ່ງກ່າວຍັງບໍ່ຮອງຮັບ iPad ເທື່ອບາງເທື່ອເພິ່ນອາດຈະເຮັດໃຫ້ຮອງຮັບຕາມຫຼັງລາຍລະອຽດ ຄວາມຕ້ອງການຂອງໂປແກມນັ້ນຕ້ອງເປັນສະມາຊິກ Office 365, ຕ້ອງໃຊ້ iPhone 4 ຂຶ້ນໄປ ແລະ iPod 5 Generation, IOS 6.1 ຂຶ້ນໄປ, ຕ້ອງໃຊ້ Microsoft Office 2013 ໃນຄອມພິວເຕີຂອງທ່ານເພື່ອຮອງຮັບ feature recent documents and resume reading ແລະ ສຸດທ້າຍຕ້ອງມີບັນ ຊີ Office 365.

ດາວໂຫຼດ Office Mobile ມາໃຊ້ໄດ້ທີ່ Office Mobile for Office 365 subscribers App Store ຕອນນີ້ຮອງຮັບ ແຕ່ US

ຂໍ້ມູນເພີ່ມຕື່ມ App Store (Office Mobile for Office 365 subscribers)

ຂອບໃຈທີ່ມາ TheVerge