ໂທລະສັບມືຖືລຸ່ນຕໍໄປຂອງ Google ຈະໃຊ້ຊື່ວ່າ Nexus Prime ເຊິ່ງຜູ້ຜະ

ເວັບ Boy Genius Report ໄດ້ປ່ອຍຂ່າວອອກມາວ່າ Google ຈະເລືອກ Samsung ເປັນຜູ້ຜະລິດມືຖື ໃຫ້ເປັນຄັງທີ່ 2 ເຊິ່ງ Nexus ຈະເປັນມືຖື flagship ຂອງ  google ແລະ ຍັງໃຊ້ລະບົບປະຕິບັດການ ໃໝ່ເປັນເຄື່ອງທຳອິດຂອງໂລກ Android 4.0 Ice Cream Sandwich ເຊິ່ງຊື່ຂອງມັນນັ້ນຍັງບໍ່ເປັນທີ່ ແນ່ນອນເທື່ອ ເຊິ່ງບາງເທື່ອອາດຈະໃຊ້ຊື່ “Nexus Prime”

Nexus Prime ຈະໃຊ້ຈໍລຸ້ນໃໝ່ທີ່ມີຊື່ວ່າ “Super AMOLED HD” ເຊິ່ງຊື່ທີ່ຂຶ້ນຊື່ວ່າ AMOLED ຈະບໍ່ ມີໃຜອີກແລ້ວທີ່ໃຊ້ຈໍນີ້ ເຊິ່ງນັ້ນກໍຄື  Samsung ນັ້ນເອງເຊິ່ງເປັນເຈົ້າຂອງ Super AMOLED ໃນຂະ ນະນີ້ເຊິ່ງທາງເວັບ BGR ເດົາວ່າຄົນທີ່ຜະລິດຕ້ອງແມ່ນ Samsung ແນ່ນອນ

ມືຖືລຸ່ນຕໍ່ໄປນີ້(Nexus) ຈະໃຊ້ເຄື່ອຄາຍແບບ 4G LTE ແລະ ຄວາມລະອຽດຂອງໝ້າຈໍແມ່ນ 720p (1280×768) ເຊິ່ງຂະໝາດຂອງໝ້າຈໍຕ້ອງປະມານ 4.3 ນິ້ວ ແລະ ຄວາມຄົມຊັດຂອງໝ້າຈໍຕ້ອງຊັດກ່ວາ Retina Display ຂອງ iPhone 4 ແລະ ໃຊ້ຊິບປະມວນຜົນ TI OMAP 4460  dual-core  1.5GHz ເຊິ່ງມືຖືລຸ່ນນີ້ຈະເປັນເຮືອທົງຂອງ Google

ເຊິ່ງຈະເປັນຈັ່ງໃດນັ້ນກໍຕ້ອງຕິດຕາມຕໍໄປ.

ຂອບໃຈ Boy Genius Report

By Douangtavanh Kongphaly