ສືບເນື່ອງຈາກເລື່ອງ ວິທີແກ້ໄຂເມື່ອ Registry editor has been disabled by your administrator ອັນນີ້ກະເປັນອີກບັນຫາໜຶ່ງທີ່ເຮົາຊັງ ທີ່ສຸດເລີຍ, ໄວຣັດມັນມາສ້າງບັນຫາໃຫ້ນິ ຕາມໂຕຈິງແລ້ວໂດຍທົ່ວໄປເຮົາເຫັນວ່າ(ຄວາມເຫັນສ່ວນຕົວ) ບາງຄົນກະບໍ່ໄດ້ໃສ່ໃຈເລີຍເມື່ອເກີດບັນ ຫານີ້ກັບຕົວເອງ ອາດຈະເບິ່ງຄືວ່າບໍ່ຮ້າຍແຮງຫຍັງກະພຽງແຕປິດ Task Manager ເຮົາໄວ້ຊື່ໆປະມັນໄປຊະ. ບາດຊິຮ້ອງໃຊ້ມັນແທ້ໆລະແມ່ນ ຕອນທີ່ຄອມຕົວເອງຄ້າງ, ໂປແກມຄ້າງຫັ້ນລະປິດແບບປົກກະຕິບໍ່ໄດ້ອັນຄິຣກໝາຍຄູນຫັ້ນ, ບາດນັນລະຫາກຊິຄິດເຫັນ Task Manager ຫະຫະ. ອັນນີ້ກະເປັນເລື່ອງເລັກໆນ້ອຍໆທີ່ເຮົາໄດ້ເຫັນມາແລ້ວ, ເຮົາມາເບິ່ງວິທີແກ້ບັນຫານີ້ເລີຍ
1. ກົດປຸ່ມ Home ຄ້າງໄວ້ຫຼັງຈາກນັນກົດປຸ່ມ R(ເຮົາຈະໃຊ້ງານ Run)
2. ພິມ gpedit.msc
3. ຢູ່User Configuration ໄປ Administrative Templates ຄິຣກ System
4. ຄິຣກ Ctrl+Alt+Del Option
5. ເບິ່ງແຖບທາງຂວາຄິຣກ Remove Task manager
6. ຕິກເອົາ Disabled
7. ຄິ້ຣກ Apply ຫຼື OK
8. ສຳເລັດ