ວິທີເຮັດໃຫ້ໂທລະສັບມືຖືຂອງທ່ານອ່ານພາສາ ລາວໄດ້

ຫຼາຍຄົນອາດຈະພົບເຫັນບັນຫາທີ່ວ່າ: ຄົນທີ່ຢາກອ່ານພາສາລາວໃນໂທລະສັບມືຖືຂອງຕົນ, ແຕ່ພັດໂທລະສັບມືຖືທີ່ໂຕຊື໊ມາບໍ່ສາມາດອ່ານລາວ ໄດ້ ເຊິ່ງສາເຫດນີ້ສ່ວນຫຼາຍແມ່ນຈະເປັນໂທລະສັບມືຖືທີ່ໃຊ້ລະບົບປະຕິບັດການຈຳພວກ JAVA(ຈາວາ), Symbianເປັນຕົ້ນ. ສະນັ້ນມື້ນີ້ ເຮົາກໍຈະມາບອກ ເທັດນິກດີໆທີ່ບາງຄົນອາດຈະຮູ້ແລ້ວ ແລະ ບາງຄົນກໍອາດຈະຍັງບໍ່ຮູ້ ແລະ ບໍ່ຄິດວ່າມັນຈະເຮັດໄດ້ນຳອີກ. ເອົາລະມາເຂົ້າເລື່ອງ ເຂົ້າລາວກັນເລີຍ….

ທຳອິດເລີຍແມ່ນເຮົາຕ້ອງໂຫຼດໂປແກມທີ່ມີຊື່ວ່າ: Opera Mini Browser ກັນກ່ອນ ເວີເຊິນໃດກະໄດ້ ຕາມທີ່ຕົນຕ້ອງການ. ບາງຄົນມີແລ້ວກໍ່ບໍ່ຈຳ ເປັນຕ້ອງໂຫຼດມາອີກກະໄດ້.

ສຳຄັນທີ່ສຸດເລີຍແມ່ນໂທລະສັບຕ້ອງເຊື່ອມຕໍ່ອິນເຕີເນັດໄດ້ຈຶ່ງສາມາດເຮັດໄດ້

ໂທລະສັບທີ່ເຮົາຈະເອົາມາທົດສອບແມ່ນ ລຸ້ນ Sony Ericsson W580I ໃຊ້ລະບົບປະຕິບັດການ ຈາວາ ແລະ ໃຊ້ Opera Mini ເວີເຊິນ 6.5.

ກ່ອນອື່ນແມ່ນໂທລະສັບຂອງເຮົາລຸ້ນນີ້ອ່ານບໍ່ໄດ້ເລີຍ ຈະສັງເກດເຫັນວ່າ ມັນຈະເປັນໂຕອັກສອນສີ່ຫຼ່ຽມ.

 

ໃຫ້ເຮົາພິມ opera:config ຫຼື about:config ຫຼື config:

 

ເລື່ອນລົງມາຈົນສຸດເລີຍ ແລ້ວເບິ່ງໂຕທີ່ຂຽນວ່າ: Use bitmap fonts for complex scripts. ຈະເຫັນວ່າມັນໝາຍ No ຢູ່… ໃຫ້ເຮົາປ່ຽນເປັນ Yes ແລ້ວກົດ Save.

 

ແລ້ວກັບມາລອງເຂົ້າໃໝ່. ຈະເຫັນວ່າໂທລະສັບເຮົາສາມາດອ່ານລາວໄດ້ແລ້ວ ເປັນອັນວ່າສຳເລັດ.

ບໍ່ເຂົ້າໃຈຂັ້ນຕອນໂຕໃດສາມາດໃຫ້ຄວາມເຫັນແລ້ວຈະພາຍາຍາມຕອບໃຫ້ໄວທີ່ສຸດ

By Douangtavanh Kongphaly