ຢືນຢັນແລ້ວວ່າ Apple ຈະເປີດໂຕ iPhone 5 ໃນວັນທີ 12 ເດືອນກັນຍາ 2012

Apple ໄດ້ສົ່ງຈົດໝາຍເຊີນນັກພັດທະນາ ແລະ ນັກຂ່າວວ່າໃຫ້ໄປຮ່ວາມງານອັນໃດອັນໜຶ່ງທີ່ກຳລັງຈະຈັດຂຶ້ນໃນວັນທີ 12 ເດືອນກັນຍາ 2012 ທີ່ກຳລັງໃກ້ຈະມາເຖິງໃນອີກບໍ່ເທົ່າໃດມື້ນີ້. ໂດຍໃນຮູບຂ້າງລຸ່ມເຮົາຈະເຫັນວ່າມີຂໍ້ຄວາມຂຽນວ່າ: “It’s almost here” ແປເປັນລາວກະ ໝາຍ ຄວາມວ່າ: “ມັນມາຮອດແລ້ວ”, ນອກນັ້ນເຮົາກໍຍັງເຫັນເລກ 12 ນັ້ນໝາຍເຖິງງານຈະມີຂຶ້ນໃນວັນທີ 12. ເມື່ອເຮົາສັງເກດດີໆວ່າເຮົາຈະເຫັນເງົາ ທາງລຸ່ມເຫັນເປັນເລກ 5, ເຮົາເດົາວ່າມັນຈະເປັນຊື່ສິນຄ້າໃໝ່ທີ່ Appe ບອກໃບ້ເລັກໆນ້ອຍໃຫ້ຮູ້ວ່າ iPhone ໂຕໃໝ່ອາດຈະໃຊ້ຊື່ iPhone 5. ເວລາທີ່ເພິ່ນຈະເປີດງານນັ້ນແມ່ນ 10 ໂມງເຊົ້າ(10:00AM) ຂອງວັນທີ 12 ຕາມເວລາທ້ອງຖິ່ນ ຫລື ເວລາໃນບ້ານເຮົາແມ່ນທ່ຽງຄືນ (oo:oo) ຂອງວັນທີ 12 ກ້າວໄປເປັນເປັນວັນທີ 13 ຂະຫຍາຍໃຫ້ລະອຽດ.
iphone5invitation