ມາເປັນສຸດຍອດນັ້ກຄົ້ນຫາໃນ Google ກັນ

Google-logo-transparent

Google ໄດ້ເປີດຫ້ອງສອນອອນລາຍ Advanced Power Searching ໂດຍເທື່ອນີ້ແມ່ນຈະມາສອນ ແລະ ທົດສອບຄົນເທບແທ້ໆກ່ຽວກັບການຄົ້ນຫາ ໂດຍໃຊ້ເຄື່ອງມືຄົ້ນຫາຂອງ Google. ຂໍແນະນຳກ່ອນວ່າທ່ານຕ້ອງໄດ້ຜ່ານການສອນອອນລາຍຂອງຫ້ອງສອນໂຕນີ້ກ່ອນ Power searching ກ່ອນ ເຊິ່ງວ່າຫ້ອງສອນໂຕນີ້ແມ່ນເພິ່ນສອນຕັງແຕ່ຕອນພັກແລ້ງພຸ້ນເບິ່ງບົດຄວາມເກົ່າ ມາເປັນນັກຄົນຫາຂໍ້ມູນກັນເທາະ Google ເປີດຄ໌ອດສອນກ່ຽວກັບການຄົນຫາໃນ Google ແລະ ມາເປັນນັກຄົນຫາຂໍ້ມູນກັນເທາະ Google ເປີດຄ໌ອດສອນກ່ຽວກັບການຄົນຫາໃນ Google ຄັ້ງທີ່ 2.

ຫ້ອງສອນ Advanced Power Searching  ແມ່ນຈະເລີ່ມວັນທີ 23/01/2013 ເຖິງ 08/02/2012, ໃນໄລຍະນີ້ແມ່ນເຮົາຈະໄດ້ຮຽນການຄົ້ນຫາຂໍ້ມູນ ຕ່າງໆໃນ Google ເລິກຂຶ້ນກວ່າເກົ່າ, ເຂົ້າຮ່ວມແລກປ່ຽນເທັກນິກຕ່າງໆກັບນັກຄົ້ນຫາເກັ່ງໆ, ຖາມຄຳຖາມທີ່ທ່ານຂ້ອງໃຈຄົນຂອງ Google ໂດຍ ຕົງໃນ Google Hangout ແລະ ທີ່ສຳຄັນທີ່ສຸດເລີຍຫາກເຮົາຜ່ານບົດທົດສອບຂອງເພິ່ນແລ້ວເຮົາຈະໄດ້ຮັບໃບຮັບຮອງຈາກ Google(Advance Power Searching Certificate) ນຳເດີ້.

ຂອບໃຈທີ່ມາ Google in Education Google plus page ແລະ Power searching with Google