ມາເບິ່ງສະເປັກນ້ອງສຸດທ້ອງ MacBook Pro with 13-inch Retina display

Apple+Mac+Book+Pro+with+retina+display

ໃນວັນທີ 26 ຕຸລາ 2012 Apple ໄດ້ເປີດໂຕສິນຄ້າໃໝ່ຕະກູນ Macbook ນັ້ນກໍຄື  MacBook Pro with 13-inch Retina display ເປັນ Macbook ທີ່ພົກພາເໄປນອກບ້ານໄດ້ຢ່າງສະດວກສະບາຍ ແລະ ລາຄາກະສະບາຍໆ. ສະເປັກມັນຈະຄ້າຍໆກັບMacBook Pro with 15-inch Retina display ຕ່າງແຕ່ວ່າກາດຈໍຈະໃນໂຕ(On board) ແລະ ບໍ່ມີກາດຈໍແຍກຄືກັບລຸ້ນ 15 ນິ້ວ. ເຮົາມາເບິ່ງສະເປັກແບບເຕັມກັນເລີຍ

2012-macbookprord13-specs-display

1. ການສະແດງຜົນ

  • ໜ້າຈໍຂະໜາດ 13 ນິ້ວ LED-backlit display ມາພ້ອມກັບ IPS technology
  • ຄວາມລະອຽດໜ້າຈໍແມ່ນ 2560×1600 ພິກເຊວ

2. ການປະມວນຜົນ

  • ຊິບປະມວນຜົນ Intel Core i5 2.5GHz dual-core (Turbo Boost up to 3.1GHz) with 3MB shared L3 cache
  • ອັບສະເປັກຂຶ້ນໄດ້ Intel Core i7 2.9GHz dual-core (Turbo Boost up to 3.6GHz) with 4MB shared L3 cache

3. RAM

  • 8GB of 1600MHz DDR3L

4. ໜ່ວຍເກັບຂໍ້ມູນ

  • ມີຫຼາຍຂະໜາດຕ່າງກັນໄປຕາມລາຄາ 128GB, 256GB, 512GB ແລະ 768GB

2012-macbookprord13-specs-size
5. ຂະໜາດ ແລະ ນ້ຳໜັກ

  • ລວງສູງ/ຄວາມບາງ: 1.9 ຊັງຕີແມັດ
  • ລວງຍາວ:31.4 ຊັງຕີແມັດ
  • ລວງກ້ວາງ: 21.9 ຊັງຕີແມັດ
  • ນ້ຳໜັກ: 1.62 ກິໂລກຼາມ

6. ກາດຈໍ

  • ສຳລັບລຸ້ນນີ້ແມ່ນຈະບໍ່ມີກາດຈໍແຍກ, ກາດຈໍໃນໂຕແມ່ນ Intel HD Graphics 4000

7. ກ້ອງໜ້າ

  • ກ້ອງໜ້າ 720p FaceTime HD camera

8. ພອດເຊື່ອມຕໍ່

  • ພອດສຽບສາຍສາກ MagSafe 2 power
  • ພອດ Thunderbolt 2 ອັນ(ສາມາດຮັບ/ສົ່ງຂໍ້ມູນສູງສຸດເຖິງ 10Gbps ຕໍ່ວິນາທີ)
  • ພອດ USB 3 2 ອັນ(ສາມາດຮັບ/ສົ່ງຂໍ້ມູນສູງສຸດເຖິງ 5Gbps ຕໍ່ວິນາທີ)
  • ພອດ HDMI 1 ອັນ
  • ພອດສຽບຫູຟັງ(Headphone)
  • ພອດສຽບ SDXC card

9. ການເຊື່ອມຕໍ່ໄຮ້ສາຍ

  • 802.11n Wi-Fi wireless networking;4 IEEE 802.11a/b/g compatible
  • Bluetooth 4.0

10. ແບັດເຕີຣີ

  • ທ່ອງເວັບສູງສຸດ 7 ຊົ່ວໂມງຜ່ານການໃຊ້ Wi-Fi
  • ເປີດປະໄວ້ສູງສຸດໄດ້ 30 ມື້

11. ລາຄາ

  • ເລີ່ມຕົ້ນ $1,699

ຂອບໃຈທີ່ມາ Apple store