ພົບຊ່ອງໂວໃໝ່ໃນ Java

ເຖິງວ່າ Oracle ຈະອອກ path ໃໝ່ມາອຸດຊ່ອງໂວໃນ Java 7(Java 0-day vulnerability)ເລື້ອຍແຕ່ມັນກະຍັງມີຊ່ອງໂວໃໝ່ໆເລື້ອຍທີ່ສາມາດເຈາະ ຜ່ານລະບົບຄວາມປອດໄພ ຂອງຄອມພິວເຕີຂອງທ່ານໄດ້.

ຈາກການຄົ້ນພົບຈາກບໍລິສັດຮັກສາຄວາມປອດໄພ FireEye ເວົ້າວ່າຊ່ອງໂວທີ່ຖືກຄົ້ນພົບນີ້ມັນໄດ້ຖືກໃຊ້ເຂົ້າເພື່ອການໂຈມຕີຜູ້ໃຊ້ງານໄດ້ຫຼາຍໆ ຄົນພ້ອມກັນ. ບໍລິສັດດັ່ງກ່າວໄດ້ພົບຊ່ອງໂວນີໃນເວັບບາວເຊີ(browser) ທີ່ຕິດຕັ້ງ Java v1.6 Update 41 ຫຼື Java v1.7 Update 15  ເປັນpath ລ່າສຸດຈາກ Oracle.

ໃນຊ່ວງນີ້ຫາກໃຜທີ່ບໍ່ຈຳເປັນໃຊ້ Java ແມ່ນແນະນຳໃຫ້ຖອນການຕິດຕັ້ງ Java ເລີຍ ຫຼື ປິດມັນໄວ້ເປັນວິທີທີ່ດີທີສຸດ, ທ່ານສາມາດເຂົ້າໄປ ວິທີປິດການໃຊ້ງານ JAVAເພື່ອເບິ່ງ ວິທີປ້ອງກັນຈາກການໂຈມຕີຜ່ານຊ່ອງໂວໃນ Java

ຂອບໃຈທີ່ມາ Thenextweb, FireEye