ບາງຜູ້ໃຊ້ iPhone ບອກວ່າແບດໝົດໄວ ແລະ ເຄື່ອງຮ້ອນຂຶ້ນຫຼັງ ອັ?

ຂ່າວນີ້ເລີ່ມໃຫ້ຄວາມສົນໃຈຈາກ Apple Support Communities forum ມີຫຼາຍຄົນຈົມວ່າຫຼັງຈາກ iPhone 5 ຂອງຕົນໄດ້ອັບເກດເປັນ IOS 6.1 ແລ້ວເຮັດໃຫ້ iPhone ຂອງເຂົາແບດໝົດໄວຜິດປົກກະຕິ ແລະ ອີກບັນຫາໜຶ່ງຈາກອີກຄົນໜຶ່ງໄດ້ບອກວ່າແບດເຕີຣີເຂົາໝົດໄວແຕ່ວ່າເຂົາເກືອບ ບໍ່ໄດ້ຫຼິ້ນຫຍັງເລີຍ ແລະ ມີບາງຢ່າງເຮັດວຽກໃນເບື້້ອງຫຼັງອີກດ້ວຍ.

ອີກຂ່າວໜຶ່ງຈາກ Theverge ວ່າຜູ້ໃຫ້ບໍລິການ Vodafone ໃນປະເທດອັງກິດບອກລູກຄ້າທີ່ໃຊ້ iPhone 4S ເຂົາວ່າຢ່າຟ້າວອັບເກດໄປໃຊ້ IOS 6.1 ເທື່ອເນື່ອງຈາກພົບບັນຫາໃນການເຊື່ອມຕໍ່, ປ້ອງກັນຜູ້ໃຊ້ບໍ່ໃຫ້ສົ່ງ ແລະ ຮັບຂໍ້ຄວາມ ແລະ ເຊື່ອມຕໍ່ອິນເຕີເນັດ. Vodafone ບອກວ່າເຖິງວ່າບັນຫາ ນີ້ຈະເກີດກັບຜູ້ໃຊ້ບາງຄົນເທົ່ານັ້ນແຕ່ເພິ່ນຢາກໃຫ້ຖ້າກ່ອນໃຫ້ Apple ແກ້ໄຂບັນຫານີ້ກ່ອນເພິ່ນຈຶ່ງແນະນຳໃຫ້ອັບເກດ.

ຂອບໃຈທີ່ມາ Thenextweb ແລະ Theverge