ທັງນອນຢັນ ແລະ ຢືນຢັນວ່າ Apple ຈະເປີດໂຕ Ipad 3 ໃນວັນທີ 7 ເດືອນ ມີ

ມື້ນີ້ມາດ້ວຍຂ່າວໃໝ່ທີ່ທຸກຄົນຖ້າມາດົນແລ້ວນັນກໍຄືທາງ Verge ໄດ້ອອກມາບອກວ່າໄດ້ຮັບຄຳເຊີນຈາກ  Apple ເພື່ອໄປຮ່ວມງານເປີດໂຕ   Ipad 3 , ເຊິ່ງຈະຈັດຂຶ້ນວັນ ພຸດ ທີ  7 ເດືອນ ມີນາ ທີ Yerba Buena Center for the Arts ຢູ່ ຊານຟາຊິດສໂກ ເວລາ 10 ໂມງເຊົ້າຕາມເວລາ ໃນບ້ານເຂົາ (ສະຫະລັດອາເມລິກາ) ຫຼື  1 ໂມງຕອນເຊົ້າຂອງ ບ້ານເຮົາ ບາງຄົນອາດຈະງົງຄັນເວົ້າແບບນີ້ເວົ້າແບບພາສາລົມ ກັນຊະ 1 ໂມງຕອນຄ່ຳຂອງວັນທີ 7.

ເຖິງຢ່າງໃດກໍຕາມApple ຍັງບໍ່ໄດ້ບອກລະອຽດ ວ່າງານຄັ້ງນີ້ແມ່ນເວົ້າກ່ຽວກັບຫຍັງໂດຍມີແຕ່ຖິ້ມຮູບໄວ້ເປັນປິດສະໜາ ຕາມຮູບທາງລຸ່ມ.

ຈາກຮູບຈະເຫັນວ່າມືຊີ້ໄປໄອຄອນປະຕິທິນທີຖືກວັນທີ 7 ເປັນວັນພຸດ, ໄອຄອນອ້ອມຂ້າງກໍຈະແມ່ນໄອຄອນແຜ່ນທີ ແລະ ຄີໂນດ. ນອກນັ້ນເພິ່ນຍັງ ຖິ້ມທ້າຍດ້ວຍປະໂຫຍກໜຶ່ງວ່າ: “We have something you really have to see. And touch”. ແປອອກມາວ່າ:”ພວກເຮົາມີບາງຢ່າງທີ່ທ່ານຈະ ຕ້ອງເຫັນ ແລະ ສຳຜັດມັນ”. ປະໂຫຍກນີ້ມີໃນໆແບບວ່າຈະເປີດໂຕ Ipad 3 ທີ່ທຸກຄົນລໍຄອຍ ແລະ ຈະມາພ້ອມສິ່ງທີ່ທ່ານບໍ່ຄາດຄິດ.

ສວ່ນສະເປັດຂອງ Ipad 3 ນີ້ໂດຍຈາກຂ່າວລືແມ່ນຈະມາພ້ອມຈໍ Ratina ຄວາມລະອຽດ 2048×1536, ຊິບປະມວນຜົນ A5 Dual Core ຫຼື A6 Quad core.

ຈະເປັນແນວໃດກະຕິດຕາມເບິ່ງວັນທີ 8.

ຂອບໃຈຂ່າວຈາກ 9to5mac

By Douangtavanh Kongphaly