ຕີຄວາມໝາຍຈາກພາບໜ້າງານຂອງ Apple ທີ່ຈະຈັດຂຶ້ນໃນວັນທີ 12/09/2012 ?

ເຮົາເຄີຍສັງເກດບໍວ່າໃນແຕ່ລະຄັ້ງທີ່ Apple ເພິ່ນຈັດງານເທື່ອໃດບໍ່ວ່າຈະເປັນເລື່ອງການເປີດໂຕສິນຄ້າໃໝ່ ຫຼື ງານຮ່ວມໂຕສຳລັບນັກພັດທະນາ ທີ່ສົນໃຈໃນດ້ານນັ້ນໆ. ພາບທີ່ເພິ່ນໄດ້ຈັດໄວ້ໜ້າງານນັນຈະມີຄວາມໝາຍສະເໝີຫາກເຮົາຮູ້ແລ້ວ ເຮົາຈະຍອມຮັບໃນຄວາມຄິດຂອງຄົນທີ່ຄິດຄວາມຄິດນັ້ນໆ.

ເຮົາມາເບິ່ງກັນກັນເລີຍ

ຈະເຫັນວ່າມັນກະເປັນພາບທຳມະດາໄລລຽງສີ, ມັນກະງາມດີ. ແຕ່ວ່າມີຄົນທີ່ໄຂປິດສະໜາຄວາມໝາຍຂອງພາບທີ່ເພິ່ນຕິດໄວ້ໄດ້, ເຮົາມາເບິ່ງ ກັນເລີຍ

finalyerba

ພາບໂດຍ Luis Gutierrez ນັກພັດທະນາຈາກ Super Apps

ເພິ່ນໄດ້ເອົາພາບນັ້ນມາຫຍໍ້ລົງ ແລະ ຢືດອອກຕາມທາງນອນ, ມັນກໍຈະປາກົດຄຳຕອບອອກມາໃຫ້ເຮົາຮູ້ແລ້ວ. ເຮົາຈະເຫັນວ່າພິ່ນໄດ້ເອົາໄອຄອນ ທີ່ຢູ່ໃນ IOS ມາເຮັດໃຫ້ຢືດອອກຕາມລວງກວ້າງໂດຍຜົນທີ່ໄດ້ກໍເປັນດັ່ງພາບທຳອິດ, ຈົນເບິ່ງບໍ່ອອກເລີຍ.

stretchedicons2

 

iosicons

ອີກພາບໜຶ່ງໃຫ້ເຂົ້າໃຈງ່າຍຍິ່ງຂິຶ້ນ

 apps

ພາບຈາກສະມາຊິກຂອງ Macrumors  roosternugget

ຂອບໃຈທີມາ macrumors ຜ່ານ thaimacupdate