ຂໍ້ມູນລ້າສຸດກັບໂທລະສັບມືຖື Smartphone ລຸ່ນໃໝ່ຂອງ Google Nexus 4G

ເວັບໄຊ BGR ໄດ້ເປີດເຜີຍຂໍ້ມູນລ້າສຸດຂອງໂທລະສັບມືຖືຂອງ Google ທີ່ຈະມາລົ້ມແຊ້ມ Iphone5 ຄາດວ່າຈະເປີດໂຕໄລເລ່ຍກັບ Iphone5 ຂອງ Apple ເຊິ່ງລຸ້ນນີ້ເປັນລຸ້ນທີ່ 3 ຕໍ່ຈາກ Nexus S ຂອງຊັມຊຸງເຊິ່ງຈະມີຊື່ວ່າ: Nexus 4G. ນອກນັ້ນຍັງເປັນສະເປັກ ທີ່ສູງອີກ ດ້ວຍ.

  • CPU Dual-Core 1.2GHz ຫຼື 1.5GHz ອາດຈະໃຊ້ OMAP 4460 ຫຼື CPU ແບບປະຢັດພະລັງງານ 28 ນາໂນເມດ Snapdragon
  • ໜ້າຈໍ 720p HD (monster-sized)
  • ບໍ່ມີປຸ່ມ
  • ເຊື່ອມຕໍ່ເຄື່ອຂ່າຍ 4G LTE
  • RAM 1GB
  • ກ້ອງດ້ານໜ້າ 1 ລ້ານພິກເຊ໋ວ
  • ກ້ອງດ້ານຫຼັງ 5 ລ້ານພິກເຊ໋ວ (ເປັນກ້ອງ 5ລ້ານທີ່ໃຊ້ເຊັນເຊີ້ທີ່ດີທີ່ສຸດເຊິ່ງເຮັດໃຫ້ໄດ້ພາບທີ່ມີຄຸນນະພາບສູງ ແລະ ສາມາດຖ່າຍພາບ ໄດ້ດີໃນສະພາວະແສງໜ້ອຍ)
  • ສາມາດຖ່່ຍ ແລະ ຫຼິ້ນວີດີໂອ HD 1080p ໄດ້
  • ໃຊ້ລະບົບປະຕິບັດການໃໝ່ລ່າສຸດ Android 4.0 Ice Cream Sandwich

ຕົວເຄື່ອງທີ່ມານັ້ນຈະບາງສຸດໆ ແລະ ຍັງບໍ່ມີ່ຂ່າວກ່ຽວກັບການວາງຂາຍມືຖືໃຫ້ກັບໃຜເທື່ອເຊິ່ງເຮົາຕ້ອງຕິດຕາມກັນຕໍ່ໄປ

By Douangtavanh Kongphaly