ສະ​ຖິ​ຕິ​ເວັບປະ​ຈຳປີ 2017

ສະ​ຖິ​ຕິ​ເວັບປະ​ຈຳປີ 2017

ຕັ້ງ​ແຕ່​ຂຽນ​ບັ​ລອກ​ມາ​ໄດ້ປະ​ມານ 7 ປີ​ແລ້ວ (2011) ຖ້າ​ທ​ຽບ​ໃສ່​ຄົນ​ນິ​ກະ​ສ່ຳ​ກັບ​ເດັກ​ນ້ອຍ ປ1 ລະ​ເດ​ນິ ຜູ່​ຂຽນ​ກະ​ຍັງ​ບໍ່​ໄດ້​ເອົາ​ສະ​ຖິ​ຕິ​ຂອງ​ເວັບ​ໃນ​ແຕ່​ລະ​ປີ​ມາ​ວິ​​ເຄາະ​ເປັນ​ໂຕ​ເປັນ​ຕົນຈັກ​ເທື່ອ ມີ​ແຕ່ໆ​ລະ​ມື້​ກະ​ເຂົ້າ​ກວດ​ເບິ່ງວ່າ​ຜູ່​ເຂົ້າ​ເບິ່ງ​ເວັບ​ເຮົາ ເຂົາ​ເຈົ້າ​ເຂົ້າ​ເບິ່ງ​ບົດ​ຄວາມ​ໃດ​ແນ່​ໃນ​ແຕ່​ລະ​ມື້. ອີ​ກ​ຢ່າງ​ກະ​ບໍ່​ຄິດ​ຈະ​ໄປ​ຂໍ​ສະ​ປອນ​ເຊີ​ຢູ່​ໃສ ກະ​ເລີຍບໍ່​ໄດ້​ເອົາ​ຂໍ້​ມູນ​ຜູ່​ເຂົ້າ​ຊົມ​ມາ​ວິ​ເຄາະ (ເວັບ​ນ້ອຍໆ​ໃຜ​ສ​ິ​ໄປ​ສົນ​ໃຈ).

ພໍ​ດີ​ວ່າ​ຊ່ວງນີ້​ຫວ່າງໆ ເລີຍ​ຢາກ​ລອງ​ທັກ​ສະ​ດ້ານ​ການ​ວິ​ເຄາະ​ຂໍ້​ມູນ​ຂອງ​ຕົນ​ເບິ່ງວ່າ​ເປັນ​ແນວ​ໃດ ແລະ ກໍ​ຢາກ​ຮູ້​ຄື​ກັນ​ວ່າ ສະ​ຖາ​ນະ​ຂອງ​ບັ​ລອກ​ຂອງ​ຕົນ​ເອງ​ເປັນ​ແນວ​ໃດ ບົດ​ຄວາມ​ໃດ​ກະ​ເຈົ້າ​ເຂົ້າ​ເບິ່ງຫຼາຍ ມາ​ແຕ່​ໃສ​ແນ່. ນອກ​ຈາກນີ້ແລ້ວ ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ ເຮົາ​ຢາກ​ຮູ້​ວ່າ​ພຶດ​ຕິ​ກຳ​ການ​ເຂົ້າ​ເບິ່ງ​ເວັບ​ຂອງ​ຄົນ​ລາວ​ເຮົາ​ເປັນ​ແບບ​ໃດ ເຊິ່ງວ່າ​ຂໍ້​ມູນ​ທີ່​ນຳ​ເອົາ​ມາ​ວິ​ເຄາະ​ນີ້ ເປັນ​ພຽງ​ຂໍ້​ມູນ​ຈາກ​ເວັບ​ເຮົາ​ພຽງ​ເວັບ​ດຽວ ການ​ສະຫຼຸບ​ຜົນ​ໄດ້​ຮັບ​ມັນ​ອາດ​ຈະ​ບໍ່​ຖືກ​ກັບ​ໂຕ​ຈິງ ຫຼື ມັນ​ອາ​ດ​ຈະ​ໃກ້​ຄຽງ​ກັນ​ກໍ່​ໄດ້ ຖ້​າ​ເວົ້​າ​ໃນ​ດ້ານ​ວິ​ຊາ​ການ​ແລ້ວ​ແມ່ນ ຄ່າ​ຜິດ​ດ່ຽງ​ມັນ​ສູງນັ້ນ​ເອງ (error).

Kongphaly Blog Report 2017

ການ​ສະ​ແດງ​ຜົນ ແລະ ວິ​ເຄາະ​ນີ້​ແມ່ນຈະ​ແບ່ງ​ອອກ​ເປັນ 3 ໝວດ​ໃຫຍ່​ ແລະ ສະ​ເພາະ​ເຈາະ​ຈົງ​ແຕ່​ຜູ່​ເຂົ້າ​ເບິ່ງ​ທີ່​ເປັນ​ຄົນ​ລາວຄື:

  • Audience: ຈະ​ວິ​ເຄາະ​ວ່າ​ຜູ່​ເຂົ້າ​ເບິ່ງ​ເວັບ​ເຮົາ​ມີ​ເທົ່າ​ໃດ, ປະ​ເທດ​ໃດ​ແນ່, ໃຊ້​ອ​ຸ​ປະ​ກອນ​ໃດ​ແດ່ ໃນ​ການ​ເຂົ້າ​ເບິ່ງ.
  • Source: ໂຕນີ້​ຈະ​ເປັນ​ໝວດ​ກ່ຽວ​ກັບ​ແຫຼ່ງ​ທີ່​ມາ​ຂອງ​ຜູ່​ເຂົ້າ​ເບິ່ງ​ເວັບ​ຂອງ​ເຮົາ​ວ່າ​ມາ​ຈາກ​ໃສ​ແນ່​ໂດຍ​ຜ່ານ​ຊ່ອງ​ທາງ​ໃດ ເຊັ່ນ search engine, social media ແລະ ອື່ນໆ.
  • Behavior: ໝວດນີ້​ຈະ​ອະ​ທິ​ບາຍ​ພຶດ​ຕິ​ກຳ​ຂອງ​ຜູ່​ທີ່​ເຂົ້າ​ມາ​ເບິ່ງ​ເວັບ​ເຮົາ​ວ່າ ເຂົາ​ມັກ​ເຂົ້າ​ເບິ່ງ​ບົດ​ຄວາມໂຕ​ໃດຫຼາຍເປັນ​ຕົ້ນ.

Audience

Audience | Overview | ພາບ​ລວມ

ໃນ​ປີ 2017 ເວັບ​ເຮົາ​ມີ​ຜູ່​ເຂົ້າ​ເບິ່ງ​ທັງ​ໝົດ (user) 8,611 ຄົນ ໄລ່​ເປັນ Session ແມ່ນ 10,158  ແລະ ຈຳ​ນວນ​ໜ້າ​ທີ່​ຖືກ​ເປີດ​ເບິ່ງ​ທັງ​ໝົດ 14,610 ໜ້າ.

ໃນ​ສ່ວນ​ຂອງ Bounce rate ແມ່ນ​ 77.73% ຕົວ​ເລກນີ້​ຖື​ວ່າ​ເປັນຄ່າ​ປົກ​ກະ​ຕິ​ຂອງ​ຜູ່​ເຮັດ​ບ​ັ​ລອກ ເພາະ​ວ່າ ພຶດ​ຕິ​ກຳ​ຂອງຜູ່​ທີ່​ເຂົ້າ​ມາອ່ານ​ສ່ວນຫຼາຍ​ຈະ​ເຂົ້າ​ມາ​ເບິ່ງ​ແຕ່​ຫົວ​ຂໍ້​ທີ່​ສະ​ເພາະ​ເຈາະ​ຈົງ​ເທົ່າ​ນັ້ນ (ຫົວ​ຂໍ້​ທີ່​ຕົນ​ເອງ​ສົນ​ໃຈ) ເມື່ອ​ອ່ານ​ແລ້ວ​ກໍ​ປິດ​ໜ້າ. ກົງ​ກັນ​ຂ້າມ​ຖ້າ​ເປັນ​ເວັບ​ທີ່​ເປັນ​ປະ​ເພດ​ ຂ່າວ ຫຼື ຮ້ານ​ຄ້າ (e-commerce) ຖ້າ bounce rate ສູງ ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ​ເວັບ​ດັ່ງ​ກ່າວບໍ່​ໜ້າ​ສົນ​ໃຈ ເພາະ​ຜູ່​ໃຊ້​ເປີດ​ເບິ່ງ​ແຕ່​ໜ້າ​ດຽວ​ແລ້ວ​ກະ​ໜີ ບໍ່​ເຂົ້າ​ໄປ​ອ່ານ​ຂ່າວ​ອື່ນ ຫຼື ເຂົ້າ​ໄປ​ເບິ່ງ​ສິນ​ຄ້າ​ອື່ນ​ເລີຍ. ຂໍ​ເສີມ bounce rate ໝາຍ​ເຖິງ ເປີ​ເຊັນ​ຂອງ​ຜູ່​ເຂົ້າ​ເວັບ​ເຮົາ​ທີ່​ເປີດ​ພຽງ​ແຕ່​ໜ້​າ​ດຽວ ແລ້ວ​ກໍ​ອອກ​ໄປ.

ມາ​ເບິ່ງ​ໃນ​ສ່ວນ​ຂອງ​ຜູ່​ໃຊ້​ໃໝ່ ກັບ ຜູ່​ໃຊ້​ເກົ່າ ເຫັນ​ວ່າ ເວັບ​ເຮົາ​ມີ​ຜູ່​ໃຊ້​ໃໝ່ 84.5% ແລະ ຜູ່​ໃຊ້​ເກົ່າ (ຜູ່​ທີ່​ເຂົ້າ​ມາ​ເບິ່ງ​ແລ້ວກັ​ບ​ມາ​ເບິ່ງ​ອີກ) ມີ​ພຽງ​ແຕ່ 15.5% ເທົ່າ​ນັ້ນ.

5 ອັນ​ດັບ ຜູ່​ອ່ານ​ແບ່ງ​ຕາມປະ​ເທດ (% session)

  1. ລາວ – 92.77%
  2. ໄທ – 2.05%
  3. ຫວຽດ​ນາມ  – 1.52%
  4. ອາ​ເມ​ລິ​ກາ – 1.16%
  5. ຢູ​ເຄນ​  – 0.45%

5 ອັນ​ດັບ browser ທີ່​ຜູ່​ອ່ານ​ໃຊ້  (% session)

  1. Chrome – 54.84%
  2. Safari – 22.37%
  3. Android Webview – 5.30%
  4. Samsung Internet – 4.82%
  5. Firefox – 4.58%
  6. Internet Explorer – 1.82%

ຜູ່​ອ່ານ​ທີ່​ເຂົ້າ​ມາ​ເວັບ​ເຮົາ​ເຄິ່ງ​ໜຶ່ງ​ແມ່ນ​ໃຊ້ Chrome browser ຕໍ່​ມາ​ກໍ​ຈະ​ເປັນ Safari, ແຕ່ບ່ອນ​ທີ່​ແປກ​ໃຈ​ທີ່​ສຸດ​ກໍ​ຄື​ຍັງ​ມີ​ຄົນ​ທີ່​ໃຊ້ IE (Internet Explorer) ຢູ່​ເຊິ່ງວ່າ IE ເປັນ browser ທີ່​ຊ້າ ແລະ ບໍ່​ສະ​ໜັບ​ສະ​ໜູນ​ເທັກ​ໂນ​ໂລ​ຢີ​ໃໝ່ໆ​ກ່ຽວ​ກັບ​ການ​ສະ​ແດງ​ໜ້າ​ເວັບ​ແລ້ວ, ນອກ​ຈາກນີ້ Microsoft ຍັງ​ເຊົາ​ສະ​ໜັບ​ສະ​ໜູນ IE ແລ້ວ ເນື່ອງ​ຈາກວ່າ​ມີ browser ໃໝ່​ມາ​ແທນ​ທີ່​ແລ້ວ​ຄື Edge.

5 ລະ​ບົບ​ປະ​ຕິລັດ​ການຍອດ​ນິ​ຍົມ (popular operating system)

  1. 45,41% – Android
  2. 26,84% – iOS
  3. 25,63% – Windows
  4. 1,43% – Mac OS
  5. 0,42% – Windows Phone

5 ອັນ​ດັບ​ເຄື່ອ​ຂາຍ​ໂທ​ລະ​ສັບ​ມື​ຖື​

  1. ລາວ​ໂທ​ລະ​ຄົ​ມ (Lao Telecom) – 39,41%
  2. ຢູ​ນິ​ເທວ (Unitel) – 38,90%
  3. ອີ​ທີ​ແອັວ (ETL- Enterprise Telecom Lao) – 6,69%
  4. ບີ​ລາຍ (Beeline – Vimplecom Lao Company Limited) – 5,12%
  5. Planet Online Lao – 0,82%
  6. Sky Telecom – 0,69%

5 ອັນ​ດັບ​ຂະ​ໜາດ​ໜ້າ​ຈໍ​ໂທ​ລະ​ສັບ

  1. 360×640 – 41,77%
  2. 320×568 – 13,59%
  3. 375×667 – 12,39%
  4. 414×736 – 7,79%
  5. 320×534 – 5,33%

Acquisition

5 ອັນ​ດັບຊ່ອງ​ທາງ​ທີ່​ຜູ່​ມາ​ເບິ່ງ​ເວັບ​ໄຊ​ເຮົາ​ເຂົ້າ​ມາ​ເບິ່ງ​ທາງ​ໃດ

  1. Organic Search – 74,7%
  2. Direct – 17,5%
  3. Social – 4,7%
  4. Referral – 3%
  5. Other – 1%

Behavior

5 ອັນ​ດັບ ໜ້າ​ເວັບ​ທີ​ຖືກ​ເຂົ້າ​ເບິ່ງຫຼາຍ​ກ່ອນ​ໝູ່

  1. 12,84% – https://kongphaly.la/2015/11/19/update-internet-package-which-was-interested/
  2. 5,17% – https://kongphaly.la/2015/10/26/list-of-all-enthnicies-in-laos/
  3. 4,62% – https://kongphaly.la/2015/03/29/new-update-unitel-unlimited-speed-and-data-internet-package-for-sim-net/amp/
  4. 3,58% – https://kongphaly.la

5 ອັນ​ດັບ ໜ້​າ​ເວັບ​ທີ່​ຖືກ​ເປີດ​ອີງ​ຕາມ​ຫົວ​ຂໍ້​ເລື່ອງ

  1. 17,14% – ອັດ​ເດດແພັກ​ເກດ​​ອິນ​ເຕີ​ເນັດຄ້າຍ​ໃດ​ໜ້າ​ສົນ​ໃຈ
  2. 15,59% – ອັບ​ເດດ​ໃໝ່​ Unitel ແພັກ​ເກດ​ອິນ​ຕີ​ເນັດ​ບໍ່​ຈຳ​ກັດ​ຄວາມ​ໄວ ແລະ Data ເບີ​ຊິມ​ເນັດ
  3. 9,53% – ລາຍ​ຊື່ຊົນ​ເຜົ່າ​ທັງ​ໝົດ​ໃນ​ປ​ະ​ເທດ​ລາວ
  4. 5,02% – Unitel ເປີດ​ໂຕ​ແພັກ​ເກດບໍ່​ຈຳ​ກັດ 4GU30 ສຳ​ລັບເບີເນັດ 4G
  5. 3,83% – ຄຳ​ຖາມ​ສອບ​ເສັງໂຄງ​ການ​ຊາວ​ໜຸ່ມ​ເດີນ​ທະ​ເລ ອາ​ຊຽນ-ຍີ່​ປຸ່ນ (SSEAYP) ຄັ້ງ​ທີ 43 ປີ 2016