ແນະນຳແອ໋ບຂອງ Ipad 3G ທີ່ສາມາດໂທອອກ ແລະ ສົ່ງຂໍ້ຄວາມໄດ້

ຕອນນີ້ມີແອ໋ບໜຶ່ງອອກມາໃຫ້ໃຊ້ກັນເຊິ່ງມັນສາມາດປ່ຽນ Ipad 3G ຂອງທ່ານໃຫ້ໂທອອກ ແລະ ສົ່ງຂໍ້ຄວາມ. ໂດຍແອ໋ບນີ້ມີຊື່ວ່າ “PhonITipad” ມີລາຄ່າຂາຍຢູ່ທີ່ 19.99$ ຫຼື ເທົ່າກັບ 162000ກີບ, ນອກນັ້ນໄອແພດຂອງທ່ານຈະຕ້ອງ Jailbreak ເພາະແອ໋ບໂຕນີ້ມີຂາຍຢູ່ Cydia.

ຂັ້ນຕອນການຕິດຕັ້ງ PhonITipad

  1. ກ່ອນອື່ນໝົດເຮົາຕ້ອງຮູ້ ICCID ຖ້າໃຜຍັງບໍ່ຮູ້ສາມາດເຂົ້າທີ່  System>General>About
  2. ເຂົ້າໄປຊື້້ແອ໋ບດັ່ງກ່າວຢູ່ເວັບນີ້ເລີຍ ຄິຣກ (ສາມາດຊື້ໄດ້ຈາກPC) ກົດ Active ຈາກນັ້ນກໍ່ກອບແບບຟອມຕາມດ້ວຍ ICCID ຂອງທ່ານ.
  3. ເປີດ Cydia ແລ້ວ Add ລິ້ງນີ້: http://apps.iphoneislam.com ໃຫ້ເລືອກຕິດຕັ້ງ
  4. ຫຼັງຈາກຕິດຕັ້ງ PhonITipad ແລ້ວທ່ານກໍຈະສາມາດໂທອອກ ຫຼື ສົ່ງຂໍ້ຄວາມໄດ້ໂດຍ Ipad 3G ຂອງທ່ານ.
  5. ຕ້ອງແມ່ນ IOS 4.x.xx ແລະ Jailbreak ແລ້ວເທົ່ນັ້ນ.

ເຂົ້າເບິ່ງ cilp ໄດ້ທີ່:  Youtube

By Douangtavanh Kongphaly