ຄວາມຮູ້ກ່ຽວກັບແບດເຕີຣີລີທຽມ-ໄອອອນ(Lithium-ion Battery)

ບົດຄວາມນີ້ແມ່ນຈະມາບອກຄວາມຮູ້ດ້ານແບດເຕີຣີໃນໂທລະສັບມືຖືຂອງເຮົາເປັນຕົ້ນແມ່ນຖືກໃຊ້ໃນສິນຄ້າ ຂອງ Apple ເຊັ່ນ: iPhone, iPad, iPod, Macbook Pro, Macbook Air ເປັນຕົນ. ເຮົາຈະມາເນັ້ນໃຫ້ຄວາມຮູ້ ຫຼັກໆແມ່ນແບດເຕີຣີທີ່ Apple ໃຊ້ເປັນຕົ້ນ, ແຕ່ບໍ່ພຽງແຕ່ເປັນຄວາມຮູ້ໃຫ້ກັບຄົນທີ່ໃຊ້ສິນຄ້າຂອງ Apple ເທົ່ານັ້ນ, ບົດຄວາມນີ້ສາມາດເປັນຄວາມຮູ້ທົ່ວໄປສຳລັບຜູ້ທີ່ໃຊ້ສິນຄ້າອື່ນໆອີກດ້ວຍ.

ຄວາມຮູ້ພື້ນຖານຂອງແບດເຕີຣີລີທຽມ-ໄອອອນ(Lithium-ion Battery)

ແບດເຕີຣີລີທຽມ-ໄອອອນ(Lithium-ion Battery)ເປັນແບດເຕີຣີມືຖືທີ່ຖືກໃຊ້ແຜ່ຫຼາຍໃນປັດຈຸບັນ, ເພິ່ນນິຍົມ ໃຊ້ແບດເຕີຣີຊະນິດນີ້ເຂົ້າໃນການສ້າງຜະລິດຕະພັນເທັກໂນໂລຢີ ແລະ ອຸດສາຫະກຳຕ່າງເຊັ່ນ: ອຸດສາຫະກຳ ລົດຍົນໃຊ້ເປັນແບດເຕີຣີໃນລົດ ແລະ ຍັງຖືກນຳໄປໃຊ້ຫຼາຍໃນອຸດສາຫະກຳ ໂທລະສັບມືຖືລຸ້ນໃໝ່ຂອງບໍລິສັດ ດັງໆເຊັ່ນ: Apple, Samsung, HTC, Sony, LG ແລະ ອີກຫຼາຍໆບໍລິສັດຜະລິດໂທລະສັບເລີຍທີ່ໃຊ້.

ແບດເຕີຣີລີທຽມ-ໄອອອນ(Lithium-ion Battery)ແມ່ນຜະລິດຈາກທາດ Lithium ສັນຍາລັກທາດເຄມີ Li ເປັນ ທາດດ່າງ ຫຼື ກົດ, ມີລັກສະນະເປັນ ຄ້າຍເງິນຂາວ, ມີນ້ຳໜັກເບົາ ແລະ ຟູໃນນ້ຳ.

ເປັນຫຍງັຈຶ່ງໃຊ້ແບດເຕີຣີລີທຽມ-ໄອອອນ(Lithium-ion Battery)?

ແບດເຕີຣີລີທຽມ-ໄອອອນເປັນແບດເຕີຣີທີ່ບັນດາບໍລິສັດຕ່າງໆກໍໄດ້ເອົາມານຳໃຊ້ໃນຜະລິດຕະພັນຂອງຕົນ ຍ້ອນວ່າມັນເປັນແບດເຕີຣີທີ່ສະຖຽນ, ມີນ້ຳໜັກເບົາ, ບັນຈຸໄຟຟ້າໄດ້ຫຼາຍ, ບໍ່ມີຜົນກະທົບຕໍ່ການເກັບໄຟຟ້າ ແລະ ເສຍພະລັງງານບັນຈຸໄຟຟ້າໜ້ອຍເມື່ອເຮົາບໍ່ໄດ້ໃຊ້ງານ.

ຄຸນລັກສະນະ ແລະ ການເຮັດວຽກຂອງແບດເຕີຣີລີທຽມ-ໄອອອນ(Lithium-ion Battery)

ແບດເຕີຣີລີທຽມ-ໄອອອນ(Lithium-ion Battery)ເປັນແບດເຕີຣີມີຄວາມໜາແໜ້ນພະລັງງານສູງເຊິ່ງເຮັດ ໃຫ້ທ່ານໃຊ້ໄດ້ດົນ ແລະ ທ່ານສາມາດສາກແບດເຕີຣີຂອງທ່ານເວລາໃດກໍໄດ້ຕາມໃຈທ່ານໂດຍບໍ່ຈຳເປັນວ່າ ທ່ານຕ້ອງໃຊ້ຈົນພະລັງງານໃນແບດເຕີຣີນັ້ນບໍ່ເຫຼືອເລີຍ.

charge chart lithium ion batterry

ພາບຕົ້ນສະບັບ http://images.apple.com/batteries/images/chargech

ກຣາບທີ່ສະແດງຂ້າງເທິງໄດ້ອະທິບາຍບອກວ່າ:ເມື່ອເຮົາເລີ່ມສາກແບດເຕີຣີໃນໄລຍະທຳອິດມັນຈະໃຊ້ພະລັງງານສູງ(ເສັ້ນສີສົ້ມສູງ ແລະ ຄ່ອຍໆຫຼຸດລົງມາເລື້ອຍໆ)ເພື່ອເຮັດໃຫ້ບັນຈຸໄຟຟ້າໃນແບດເຕີຣີຂອງເຮົາເພີ່ມຂຶ້ນໄວ (ເສັ້ນສີຂຽວຕ່ຳ ແລະ ຄ່ອຍໆເພີ່ມຂຶ້ນ)ການເຮັດວຽກດັ່ງກ່າວແມ່ນເຮົາເອີ້ນວ່າ:ສາກແບດໄວໃນເວລາຊ່ວງ ສັ້ນໆ. ຫຼັງຈາກນັ້ນໄລຍະຫຼັງມັນຈະເລີ່ມຄ່ອຍໆໃຊ້ພະລັງງານໃນການສາກລົງໄປເລື້ອຍໆເພື່ອ ການປະຢັດການ ໃຊ້ໄຟຟ້າຂອງເຮົາ.

ວິທີການເຮັດວຽກຂອງແບດເຕີຣີລີທຽມ-ໄອອອນ(Lithium-ion Battery)

ແບດເຕຣີລີທຽມ-ໄອອອນແບດເຕີຣີ(Lithium-ion Battery)ທົ່ວໄປແລ້ວຈະສາກໄວຈົນເຖິງ 80% ແລ້ວຈະປ່ຽນ ມາເປັນການສາກແບບປະຢັດກະຄືວ່າໃຊ້ພະລັງງານໃນການສາກລົງ. ຕົວຢ່າງ: ຖ້າວ່າເຮົາສາກອຸປະກອນ ໄຟຟ້າຂອງເຮົາເຊັ່ນ: iPod ມັນຈະສາກແບດເຕີຣີຂອງເຮົາຈົນເຖິງ 80% ໃຊ້ເວລາພຽງ 2 ຊົ່ວໂມງແລ້ວຫຼັງ ຈາກນັ້ນມັນຈະໃຊ້ເວລາອີກ 2 ຊົ່ວໂມງໃນການສາກອຸປະກອນດັ່ງກ່າວໃຫ້ເຕັມ.

charge cycles lithium ion battery

Charge Cycle. Using and recharging 100% of battery capacity equals one full charge cycle.
ພາບຕົ້ນສະບັບ http://images.apple.com/batteries/images/index_chargecycles20051011.gif

 

Charge Cycle ແປເປັນລາວແມ່ນຮອບວຽນຂອງແບດເຕີຣີໝາຍເຖິງການໃຊ້ພະລັງງານທັງໝົດຂອງແບດເຕີຣີ, ແຕ່ມັນ ບໍ່ໄດ້ໝາຍເຖິງ ການສາກພຽງຄັ້ງດຽວ, ແຕ່ເຮົາອາດຈະຕ້ອງໄດ້ສາກຫຼາຍໆຮອບເພື່ອໃຫ້ເຕັມ 1 ຮອບວຽນ. ຕົວຢ່າງ: ມື້ໜຶ່ງເຮົາໃຊ້ iPod ຂອງເຮົາຟັງເພງ, ຫຼິ້ນເກມຈົນແບດເຕີຣີເຫຼືອປະມານ 50% ແລ້ວເຮົາເອົາໄປ ສາກຈົນ ເຕັມ, ແລ້ວມື້ຕໍ່ມາເຮົາເຮັດແບບດຽວກັນເທື່ອນີ້ເຮົາຈະນັບການສາກຂອງເຮົາເປັນ 1 ຮອບ( 1 cycle).

ຖ້າຈະອະທິບາຍໃຫ້ລະອຽດກະຄືວ່າ: ການສາກແບດໃນ 1 ຮອບນັ້ນໝາຍຄວາມວ່າເຮົາຕ້ອງສາກໃຫ້ໄດ້ 100%, ແຕ່ 100% ນີ້ບໍ່ໄດ້ໝາຍເຖິງເຮົາສາກໃຫ້ເຕັມ 100% ໃນເທື່ອນັ້ນໆ. 100% ໃນທີນີ້ໝາຍເຖິງເຮົາສາກ 100% ເຕັມຂອງຄວາມຈຸໄຟຟ້າໃນໜຶ່ງຮອບວຽນຂອງແບດເຕີຣີ, ດັ່ງທີ່ຕົວຢ່າງຂ້າງເທິງ iPod ເຮົາແບດເຕີຣີ ເຕັມ 100% ເຮົາຫຼິ້ນໄປ 50% ແລ້ວເອົາໄປສາກ, ຫຼັງຈາກນັ້ນ iPod ຂອງເຮົາແບດເຕັມ 100% ໃນຕອນນີ້ເຮົາຈະບໍ່ໄດ້ ນັບເປັນ 1 ຮອບວຽນ, ແລ້ວເຮົາກະເອົາໄປຫຼິ້ນອີກເຫຼືອແບດຢູ່ 50% ແລະ ເຮົານຳເອົາໄປສາກໃຫ້ເຕັມ 100% ໃນຕອນນີ້ເຮົາຈຶ່ງນັບເປັນ 1 ຮອບວຽນ. ຫຼັງຈາກຄົບ ຮອບວຽນທີ່ໂຮງງານຜູ້ຜະລິດກຳນົດໃຫ້ແລ້ວເຊັ່ນ: 500 ຮອບວຽນແບດເຕີຣີເຮົາຈະຫຼຸດການເກັບບັນຈຸໄຟຟ້າລົງບັນຈຸໄດ້ເຕັມພຽງແຕ່ 80% ຂອງຈຳນວນການເກັບ ບັນຈຸໄຟ້ຟ້າຂອງແບດເຕີຣີທີ່ຍັງໃໝ່ຢູ່.

ຂອບໃຈຂໍ້ມູນໃຫ້ແກ່ການຂຽນ Apple, Wikipedia