ວິທີເຮັດໃຫ້ເຮົາເຂົ້າໃຊ້ສິດ ownership ໃນ Windows 7

ນັບຕັ້ງແຕ່ Microsoft ໄດ້ອອກ Windows 7 ມາ, ແລ້ວເວລາທີ່ເຮົາລົງໂປແກມຫຍັງມັນຈະຖາມ Permission(Run as administrator) ຈາກເຮົາ ກ່ອນຈຶ່ງລົງໂປແກມນັ້ນໆໄດ້. ໃນກໍລະນີນີ້ແມ່ນເຮົາຈະມາບອກວິທີໃນການເຂົ້ານຳໃຊ້ສິດເປັນ ownership ເປັນສິດທີ່ເຂົ້າເຖິງ, ແກ້ໄຂຟາຍທັງໝົດ ໄດ້ເລີຍເຊິ່ງເປັນສິດທີ່ສູງກ່ວາ Administrator ແລະ User(ຜູ້ໃຊ້), ບາງຄົນຄິດວ່າ: ອ້າວກະດຽວວ່າ Administrator ໄດ້ຮັບສິດທັງອ່ານ ແລະ ແກ້ໄຂ ຟາຍລະຕົວະແບາະ, ແຕ່ຕາມຄວາມເປັນຈິງແລ້ວກະແມ່ນຄວາມເພິ່ນ, ແຕ່…ແຕ່ສິດຂອງ Administrator ນັ້ນກະຍັງບໍ່ສາມາດເຂົ້າໄປແກ້ໄຂຟາຍ ທີ່ເປັນໃນລະບົບຂອງໂຕ Windows ໄດ້ເລີຍເຊັ່ນຕົວຢ່າງ: ຟາຍທີ່ຢູ່ໃນໂຟນເດີ System32 ເຮົາມັກໄປແກ້ໄຂຕະຫຼອດເລີຍ. ເລື່ອງກ່ອນຈະມາຂຽນ ບົດຄວາມນີ້ກະຄືວ່າ: ຢາກໄປແກ້ໄຂຄັນຊິວ່າແລ້ວກະຈະໄປປ່ຽນຊື່ຟາຍໃນໂຟນເດີ System32 ລະບັນຫາກະຄືວ່າເຖິງວ່າເຮົາຈະກົດ Rename(Run as administrator) ກໍຕາມເຮົາກະຍັງບໍ່ສາມາດເຂົ້າໄປແກ້ໄຂຟາຍນັ້ນໄດ້ເລີຍ, ສະນັ້ນເຮົາກະຕ້ອງເຂົ້າໃຊ້ສິດ Ownership ເພື່ອທີ່ຈະແກ້ໄຂຟາຍນັ້ນ.

ວິທີເຮັດໃຫ້ເຮົາເຂົ້າໃຊ້ສິດແມ່ນເຮັດແບບນີ້:

1. ເລືອກຟາຍທີ່ເຮົາຕ້ອງການແລ້ວຄິຣກຂວາເລືອກ Properties

2. ຄິຣກແຖບ Security

3. ເລືອກ SYSTEM ແລ້ວຄິຣກ Advanced

4. ແລ້ວຈາກນັ້ນກະຈະມີໜ້າຕ່າງໃໝ່ຂຶ້ນມາເລືອກເອົາ Administrator ແລ້ວຄິຣກ Change Permission

5. ຈະມີໜ້າຕ່າງໃໝ່ຂຶ້ນມາອີກເລືອກ Administrator ແລ້ວຄິຣກ Edit

6. ໝາຍຕິກເອົາ Full control ແລ້ວກົດ OK ລະກະ OK ລະກະ OK ລະກະ OK

ໝາຍເຫດ: ການເຮັດແບບນີ້ແມ່ນເຮົາຈະບໍ່ແນະນຳໃຫ້ເຮັດເພື່ອຄວາມປອດໄພຂອງຄອມຂອງທ່ານ ແລະ ເມື່ອເຮັດແລ້ວໃຫ້ຕັ້ງຄ່າເປັນຄ່າ ມາດຕະຖານຄືເກົ່າ.