Google ເປີດໂຕ Nexus 7 tablet ລາຄາລໍ້ໃຈ

 Nexus7

ກ່ອນຈະເປີດໂຕກະມີຂ່າວລືກັນຫຼາຍພໍສົມຄວນວ່າ Google ຈະເປີດໂຕ Tablet ລາຄາຖືກດ ສະເປັກກະໜ້າຄົບ, Asus ເປັນຜູ້ຜະລິດໃຫ້. ຫຼັງຈາກຂ່າວລືໄປແລ້ວມື້ນີ້ໃນງານ Google IO 2012 ງານໃຫຍ່ແຫ່ງປີຂອງທາງ Google ເພິ່ນເຊິ່ງໃນແຕ່ລະປີກໍຈະມີການລວມໂຕກັນຂອງນັກ developer ທັງຫຼາຍເຂົ້າມາຮ່ວມງານກັນ, ງານຄັງນີ້ບໍ່ໄດ້ຟຼີແນ່ນອນລາຄາປີ້ເຂົາໃນປີນີ້ແມ່ນ $900 ສຳລັບຄົນທົ່ວໄປ ແລະ $300 ສຳລັບນັກ ຮຽນ, ນັກສຶກສາ. ຕາມຄວາມຄິດຂອງເຮົາແລ້ວເຖິງວ່າຄາປີ້ເຂົ້າຈະແພງແຕ່ Google ໃຈດີຂອງເຮົາກະໄດ້ແຈກຂອງຟຼີໃນງານກັນບໍ່ວ່າຈະເປັນ ສິນຄ້າໃໝ່ໆທີ່ເພິ່ນໄດ້ເປີດໂຕຢູ່ບ່ອນຫັນ ແລະ ຫຼັງຈາກຈົບງານເພິ່ນກະປະກາດວ່າສິນຄ້າໃດເຮົາຈະໄດ້ຕິດໂຕກັບບ້ານເປັນທີ່ລະລຶກກ່ອນໃຜ ແລະ ບໍ່ຄືໃຜ.

 nexus7..1

ມາເຂົ້າເລື່ອງຂອງເຮົາກັນເລີຍກ່ຽວກັບ Nexus 7 tablet ລາຄາທີ່ແສນຈະຖືກທາງ Google ເພິ່ນປະກາດລາຄາອອກມາວ່າ $199 ອ່ານເບິ່ງດີໆ ເນາະ tablet ລາຄາ $199. ບາງຄົນກະຈະຄິດວ່າສະເປັດລາຄາສຳນີ້ CPU singer core ແນ່ນອນ, ໃຜຄິດຈັ່ງຊັ້ນກະຜິດແນ່ນອນ Nexus 7 ມາພ້ອມ CPU Nvidia Tegra 3 quad core ໂດຍໃຊ້ນະວັດຕະກຳ KAI ທີ່ Nvidia ຄິດຄົ້ນອອກມາ ເພື່ອໃຫ້ລາຄາຂອງ Hardware ນັນຖືກຂຶ້ນ ຕື່ມ.

ເຮົາມາເບິ່ງສະເປັກແບບລວມກັນເລີຍຂອງ  Nexus 7

  •  CPU Nvidia Tegra 3 quad core , ຄວາມໄວໃນໂໝດ Multi Core 1.2 GHz ແລະ ໃນໂມດ Single Core  1.3 GHz.
  •  GPU 12 core
  • ຂັບເຄື່ອນດ້ວຍລະບົບປະຕິບັດການ Android 4.1 Jelly Bean ແອນດອຍທີ່ໃໝ່ທີ່ສຸດ ແລະ ໄວທີ່ສຸດໃນຕອນນີ້
  • ໜ້າຈໍ HD 1280×800 pixel, ຂະໜາດ 7 ນິ້ວ, ສະແດງຜົນແບບ IPS Display ສາມາດເບິ່ງໄດ້ມຸມ 178ອົງສາໂດຍສີບໍຜິດພ້ຽນ
  • RAM 1 GB
  • ກ້ອງໜ້າ 1.2 ລ້ານ pixel
  • ແບດເຕີຣີ 4325 mAh (ອຶດຂະນາດ) ສະແຕນບາຍສູງສຸດໄດ້ 300 ຊົ່ວໂມງ, ເບິ່ງໜັງແບບ HD ໄດ້ 9 ຊົ່ວໂມງແບບຕໍ່ເນື່ອງ ຫຼື 9.5 ຊົ່ວໂມງ Asus ບອກ
  • ນ້ຳໜັກ 340 ກຼາມ
  • ມີ NFC
  • WiFi ບໍ່ມີ 3G ຫຼື 4G
  • Bluetooth

ສ່ວນເລື່ອງລາຄາກະຕົກຢູ່ $199 ສຳລັບລຸ້ນ 8GB ແລະ $249 ສຳລັບລຸ້ນ 16G. ຕອນນີ້ຂາຍຜ່ານ Google Play ຍັງຈຳກັດແຕ່ປະເທດອາເມລິກາ ແລະ ອັງກິດຢູ່, ສ່ວນປະເທດທີ່ຍັງບໍ່ມີໃນນີ້ຖ້າອີກຈັກໜ້ອຍ.

ຈົບຂ່າວດ້ວຍວີດີໂອແນະນຳ Nexus 7

ຂອບໃຈທີ່ມາ Google play, Google play

By Douangtavanh Kongphaly