ແຈກລາຍເຊັ່ນ DriverScaner 2012 ຟຼີ 1 ປີ ສຳລັບທຸກໆຄົນ


ຫຼັງຈາກທີ່ເຮົາບໍ່ໄດ້ມາຂຽນເລື່ອງດີໆດົນລະ ແຕ່ທີ່ຈິງກະບໍ່ໄດ້ດົນປານໃດ ຮະຮະ ເພາະຄາເສັງກາງພາກກະເລີຍຕ້ອງຄົ້ນຄ້ວາບົດຮຽນ ກະເລີຍບໍ່ໄດ້ ຊອກເລື່ອງດີໆມາເລີຍ.

ເຮົາຈະມາບອກວິທີທີ່ຈະເອົາລາຍເຊັ່ນ DriverScaner 2012 ຟຼີ 1 ປີ ໂດຍບໍ່ເສຍເງິນແມ້ແຕ່ກີບດຽວ. ສ່ວນໃຜທີ່ຍັງບໍ່ຮູ້ວ່າໂປແກມ DriverScaner ເປັນໂປແກມແນວໃດ? ເຮົາຈະມາບອກໂດຍລວມໆເລີຍວ່າຟັງແຕ່ຊື່ກະຮູ້ໂລດວ່າຕ້ອງເປັນໂປແກມທີ່ກ່ຽວຂ້ອງກັບເລື່ອງ Driver ແນ່ນອນ. ມັນເປັນໂປແກມທີ່ໃຊ້ສຳລັບຊ່ວຍເຮົາໃນການຫາ Driver ທີ່ຄອມເຮົາຍັງບໍ່ມີໃນເວລາທີ່ເຮົາສຽບອຸປະກອນໃດ ໜຶ່ງທີ່ຍັງ ບໍ່ເຄີຍລອງກັບຄອມເຮົາຈັກ ເທື່ອ, ນອກນັນມັນຍັງສາມາດຊ່ວຍຈັດການໃນເລື່ອງການອັບເດດ Driver ຂອງເຮົາທີ່ຍັງໃຊ້ເວີຊັ້ນເກົ່າຢູ່ ແລະ ເຮັດໃຫ້ຄອມຂອງເຮົາມີປະສິດຕພາບ ຂຶ້ນຕື່ມ.

ສ່ວນຂໍ້ມູນເພີ່ມເຕີມເຂົ້າເບິ່ງໄດ້ທີ່ uniblue

ເຮົາມາເບິ່ງວິທີເຮັດກັນເລີຍ

ການແຈກລາຍເຊັ່ນຄັ້ງນີ້ຈະສິ້ນສຸດວັນທີ 1 ເດືອນ 3 ປີ 2012

ໂປໂມຊັ້ນນີ້ສະເພາະແຕ່ຄົນທີ່ຢູ່ອັງກິດເທົ່ນັ້ນ ແຕ່ເຮົາສາມາດປ່ຽນພອດຊີ ຫຼື ໃຊ້ເວັບພອດຊີໃນການເຮັດດັ່ງກ່າວ

1. ເຮົາຕ້ອງເຂົ້າໄປຜູ້ທີ່ໃຫ້ບໍລິການ Web proxy ກ່ອນ. (ຕ້ອງແມ່ນ Web proxy ທີ່ປ່ຽນ IP Adress ເຮົາເປັນປະເທດອັງກິດເທົ່ານັ້ນ)

Web proxy ທີ່ເຮົາແນະນຳ kingsurfproxy ; proxfree ; 123fast ເລືອກເອົາໂຕໃດກະໄດ້

2. ກ໋ອບປີ້ລິ້ງໂຕນີ້ໃສ່ບ່ອນ Adress bar ຂອງເວັບ http://mag.uniblue.com/computershopper/ds/index.html ຫຼັງຈາກນັ້ນຄຣິກ GO

3. ຫຼັງຈາກຄິ້ຣກແລ້ວກໍ່ຈະເຈີໜ້ານີ້.. ຕ້ອງເບິ່ງດີໆວ່າ ມັນຂຽນຟຼີຢູ່ເດີ້

4. ກອບແບບຟອມ ພິມຊື່, ເມວ ເປັນຕົ້ນ. ໂຕ Country ປະເທດຫັ້ນແນະນຳໃຫ້ເລືອກປະເທດຕົນເອງນິແຫຼະ ປະເທດລາວເດີ້ ຈຶ່ງບໍ່ມີບັນຫາກັບ ຊ່ອງໂຕ VAT ID

5. ເລື່ອນລົງມາລຸ່ມສຸດ…ຄິຣກປຸ່ມສີເຫຼືອງທີ່ຂຽນວ່າຫຍັງກະບໍ່ຮູ້ ບໍ່ຈື່. ຄິຣກໄປກະຈະເຈີໜ້ານີ້

6.ເປັນອັນສຳເລັດໄປພຽງເຄິ່ງທາງ

7. ເຂົ້າເມວຂອງທ່ານທີ່ພິມໃສ່ໃນຂັ້ນຕອນທີ່ 4

8. ຈະເຫັນວ່າເມວມັນສົ່ງມາລະ…ເມື່ອຄຣິກເຂົ້າໄປກໍຈະເຫັນລາຍເຊັ່ນຂອງເຮົາ ແລະ ລຸ່ມລົງມາກໍ່ຈະເປັນລິ້ງສຳລັບດາວໂຫຼດໂປແກມ DriverScaner 2012

9. ເຮົາຈະຂ້າມຂັ້ນຕອນການດາວໂຫຼດ ແລະ ຕິຕັ້ງກັນເລີຍເນາະເພາະຫວັງວ່າຄົງຈະເຮັດເປັນໝົດທຸກຄົນລະ

10. ເປີດໂປແກມ DriverScaner 2012 ຂຶ້ນມາ

11. ຄິ້ຣກ Register Now

12. ພິມລາຍເຊັ່ນທີ່ທ່ານໄດຈາກເມວຂອງທ່ານ

13. ສຳເລັດໃຊ້ DriverScaner 2012 ໄປຟຼີ 1 ປີ ຮະຮະ

By Douangtavanh Kongphaly